ເຫດສະເທືອນໃຈຊາວພຸດ ! ໂຈນໃຈບາບຂ້າຄູບາມໍລະນະພາບຢູ່ ເມືອງ ອຸທຸມພອນ ແຂວງສະຫວັນນະເຂດ
ອີງຕາມການລາຍງານຂອງ ໜ້າຂ່າວຊາວພຸດ ໑ ວ່າ: ໃນວັນ 30 ມິຖຸນາ 2018 ໄດ້ເກີດເຫດສະເທືອນຂັວນຊາວພຸດ ແລະ ຫົດຫູ່ ເມື່ອໂຈນໃຈບາບເຂົ້າທຳຮ້າຍ ແລະ ຄາດຕະກໍາພຣະສົງ ທີ່ວັດສີບຸນເຮືອງ ເຊໂນ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ. ຂໍ້ມູນເບື້ອງຕົ້ນຈາກແຫຼ່ງຂ່າວລະບຸວ່າ ຍັງບໍ່ຮູ້ສາຍເຫດ ແລະ ແຮງຈູງໃຈ ຂອງໂຈນໃຈບາບທີ່ເຂົ້າມາເຖິງກຸດຕີຈົນເຖິງຂັ້ນລົງມືຄາດຕະກໍາພຣະສົງໃນຄັ້ງນີ້.
ຂໍ້ມູນເບື້ອງຕົ້ນປະຊາຊົນສັນນິຖານ ແລະ ໃຫ້ທິດທາງວ່າ ຜູ້ລົງມືອາດເມົາຢາບ້າ ຈົນເປັນເຫດໃຫ້ກ້າລົງມື້ແບບອົງອາດໄຮ້ມະນຸດ ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ກໍາລັງເລັ່ງສອບສວນ ແລະ ເກັບຂໍ້ຫຼັກຖານໃນຈຸດເກີດເຫດເພື່ອນຊາໂຕຄົນຮ້າຍມາລົງໂທດຕາມກົດໝາຍບ້ານເມືອງ.
ທີ່ມາ: ໜ້າຂ່າວຊາວພຸດ ໑
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment