ເຫດນາທີຊີວິດ ເກີດລູກກະທັນຫັນ
ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງ ລາຍງານວ່າ : ໃນວັນທີ 8 ພືດສະພາ 2018 ເວລາປະມານ 02:15 ນາທີ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີຄົນເຈັບທ້ອງເກີດລູກ ຢູ່ເຂດສວນສີໂຄດ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ. ດັ່ງນັ້ນ ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງຈຶ່ງອອກກວດສອບເຫດ ພົບເຫັນຄົນເຈັບ 1 ຄົນ ເປັນເພດຍິງ ເຊິ່ງມີອາການເຈັບທ້ອງຢ່າງຮຸນແຮງ, ນໍ້າຄາວປາແຕກ ແລະ ເດັກໄດ້ເກິດອອກກ່ອນກູ້ໄພຈະຮອດ.
ເດັກເປັນເພດຊາຍແຂງແຮງດີ ປອດໄພທັງແມ່ແບະລູກ . ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໂຮງໝໍມະໂຫສົດ.
ທີ່ມາ: ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງ 1624
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment