ສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ຈະກາຍເປັນບ່ອນປູກຕົ້ນໄມ້ນານາຊະນິດ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີປະກາດ ສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ຢູ່ບ້ານ ດົງໝາກຄາຍ ແລະ ບ້ານ ໂນນສະຫວ່າງ, ເມືອງ ໄຊທານີ, ນະຄອນຫລວງວຽງຈັນ ເພື່ອໃຫ້ກາຍເປັນບ່ອນປູກຕົ້ນໄມ້ນານາຊະນິດ ໃນການປະກອບສ່ວນເພີ່ມອັດຕາປ່າໄມ້ປົກຫຸ້ມ ກໍຄືປົກປັກຮັກສາ ແລະ ຄຸ້ມຄອງເຂດນີ້ໃຫ້ກາຍເປັນເຂດສີຂຽວ ເໝືອນດັ່ງປອດຂອງນະຄອນຫລວງວຽງຈັນ.
ພິທີເປີດສວນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 9 ມິຖຸນາ 2018 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ພະນັກງານ, ອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ.
ໃນໂອກາດດັ່ງກ່າວ, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ: ສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ແຫ່ງນີ້ກວມເອົາເນື້ອທີ່ທັງໝົດ 268 ເຮັກຕາ, ຊຶ່ງໃນອະນາຄົດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈະໄດ້ສົມທົບກັບ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອວາງແຜນການນຳໃຊ້ພື້ນທີ່ສີຂຽວແຫ່ງນີ້ ໃຫ້ກາຍເປັນເຂດສຶກສານິເວດວິທະຍາ ແລະ ແຫລ່ງທ່ອງທ່ຽວທາງທຳມະຊາດ ເພື່ອເປັນບ່ອນພັກຜ່ອນສຳລັບພະນັກງານ ກໍຄືພໍ່ແມ່ປະຊາຊົນທີ່ຢູ່ໃກ້ ແລະ ໄກ. ພ້ອມດຽວກັນນີ້, ກໍໄດ້ສະເໜີມາຍັງອົງການປົກຄອງເມືອງໄຊທານີ, ຄະນະບ້ານ ແລະ ພໍ່ແມ່ປະຊາຊົນ ບ້ານ ດົງໝາກຄ້າຍ ແລະ ບ້ານ ໂນນສະຫວ່າງ ຈົ່ງຮ່ວມມືໃນການປົກປັກຮັກສາເຂດສີຂຽວນີ້ ໃຫ້ກາຍເປັນສວນພຶກສາສາດໃນອະນາຄົດຢ່າງສົມບູນ.
ໃນໂອກາດດຽວກັນ, ທ່ານ ບຸນຍັງ ວໍລະຈິດ ກໍໄດ້ນຳພາບັນດາ ການນຳຂັ້ນຕ່າງໆ ປູກຕົ້ນໄມ້ຢູ່ທາງດ້ານໜ້າຂອງ ສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ດັ່ງກ່າວ, ຊຶ່ງຢູ່ໃນທ່າມກາງບັນຍາກາດທີ່ທົ່ວປວງຊົນລາວທັງຊາດ ສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ), ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ (5 ມິຖຸນາ).
ຂ່າວ: ສິງຄຳ, ພາບ: ເກດສະໜາ (ຂປລ)
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment