ຮອງນາຍົກເນັ້ນນະຄອນຫຼວງ ສູ້ຊົນເກັບລາຍຮັບໃຫ້ໄດ້ຄາດໝາຍ
ອີງຕາມການລາຍງານຂອງ ນສພ ນສພ ວຽງຈັນໃຫ່ມ ວ່າ : ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງຂະແໜງການເງິນ ແລະ ຂົງເຂດເສດຖະກິດຂອງນະຄອນຫຼວງວຽງຈັນ (ນວ) ວັນທີ 31 ພຶດສະພາ 2018 ຢູ່ຫ້ອງວ່າການ ນວ ມີທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນວ ທ່ານ ຄຳພັນ ມາລາບັນດິດ ຫົວໜ້າພະແນກການເງິນ ນວ ພ້ອມດ້ວຍເຈົ້າເມືອງ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານເສດຖະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ມາລາບັນດິດ ກ່າວວ່າ: ພະແນກການເງິນ ນວ ມີສາຍຕັ້ງຂຶ້ນກັບກະຊວງການເງິນ ສາຍຂວາງຂຶ້ນກັບ ນວ ປະກອບມີ 5 ຂະແໜງການອ້ອມຂ້າງເປັນຄະນະພັກຮາກຖານໜຶ່ງຊີ້ນຳ-ນຳພາ 5 ຂະແໜງການອ້ອມຂ້າງ ແລະ 3 ຂະແໜງການສາຍຕັ້ງ (ພາສີ ສ່ວຍສາອາກອນ ນວ ຄັງເງິນແຫ່ງຊາດ ນວ) ດ້ານວິຊາສະເພາະ ເຄື່ອນໄຫວຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງໃຜລາວ ຄາດໝາຍລາຍຮັບງົບປະມານປີ 2018 ທີ່ກະຊວງການເງິນແຈ້ງໃຫ້ເບື້ອງຕົ້ນ 4.540,21 ຕື້ກີບ ໃນນີ້ ພູດສູນກາງ (ພາສີ) 3.327,96 ຕື້ກີບ ທ້ອງຖິ່ນ (ນວ) 1.212,24 ຕື້ກີບ ຜ່ານການຈັດເກັບລາຍຮັບຕົວຈິງ ມາຮອດວັນທີ 28 ພຶດສະພາ 2018 ປະຕິບັດໄດ້ 1.638,97 ຕື້ກີບ ເທົ່າກັບ 36,09% ຂອງແຜນການ ໃນນີ້ ສູນກາງປະຕິບັດໄດ້ 36,24% ທ້ອງຖິ່ນ 35,73% ດ້ານລາຍຈ່າຍໄດ້ຮັບຕົວເລກ 637,97 ຕື້ກີບ ປະຕິບັດໄດ້ 290,49 ຕື້ກີບ ເທົ່າກັບ 45,53% ແຜນການດຸ່ນດ່ຽງໃຫ້ສູນກາງ 142,59 ຕື້ກີບ ເທົ່າກັບ 24,83% ການຈັດເກັບລາຍຮັບໃນໄລຍະຜ່ານມາບໍ່ໄດ້ຕາມຄາດໝາຍ ຍ້ອນດ້ານນິຕິກຳມີການປ່ຽນແປງ (ການກຳນົດເກັບຄ່າທຳນຽມຄັງແຮນ້ຳມັນຫຼຸດລົງ ແລະ ເງິນຄັງແຮຫຼຸດລົງ) ການນຳເຂົ້າສິນຄ້າ (ເຄື່ອງອຸປະໂພກ-ບໍລິໂພກ) ຫຼຸດລົງ ແລະ ການຈັດເກັບລາຍຮັບບໍ່ສາມາດປະຕິບັດໄດ້ເຕັມເວລາ ຄາດໝາຍສູ້ຊົນເກັບລາຍຮັບ 6 ເດືອນຕົ້ນປີໃຫ້ໄດ້ 601,57 ຕື້ກີບ ເທົ່າກັບ 49,62% ແລະ 6 ເດືອນທ້າຍປີ 2018 ໃຫ້ໄດ້ 610,67 ຕື້ກີບ ເທົ່າກັບ 50,37% ແລະ ຄາດຄະເນໝົດປີໃຫ້ໄດ້ 100% ສ່ວນລາຍຈ່າຍ 6 ເດືອນທ້າຍປີຈະປະຕິບັດຕາມຕົວເລກທີ່ສະພາແຫ່ງຊາດຮັບຮອງ.
ໂອກາດນີ້ ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຂະແໜງການເງິນ ນວ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມນີ້ທ່ານຍັງໄດ້ເນັ້ນບາງບັນຫາ ຄື: ເອົາໃຈໃສ່ວຽກງານສຶກສາອົບຮົບແນວຄິດ-ການເມືອງໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ເອົາໃຈໃສ່ປະຕິບັດວິໄນ 10 ຂໍ້ຫ້າມຂອງພະນັກງານ-ລັດຖະກອນຂະແໜງການເງິນ ກົດໝາຍ ແລະ ລະບຽບການເງິນຢ່າງເຄັ່ງຄັດ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ບຸກຄົນຮັບຜິດຊອບ ມີການແບ່ງຄວາມຮັບຜິດຊອບຢ່າງຄັກແນ່ ຢຶດໝັ້ນໜ້າທີ່ການເມືອງໃນການປະຕິບັດວິຊາສະເພາະ ບໍ່ໃຫ້ສວຍໃຊ້ໜ້າທີ່ຕໍ່ລອງກັບຫົວໜ່ວຍທຸລະກິດ ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ພາຍນອກ ເອົາໃຈໃສ່ປະຕິບັດໜ້າທີ່ໄດ້ມອບໝາຍດ້ວຍຈິດໃຈບຸກບືນ ແລະ ມີຄວາມຮັບຜິດຊອບສູງ ສູ້ຊົນເກັບລາຍຮັບໃນໄລຍະເວລາທີ່ຍັງເຫຼືອໃຫ້ໄດ້ຕາມແຜນການ ຫຼື ລື່ນແຜນການ ບົນພື້ນຖານລະບຽບກົດໝາຍ ຊອກຄົ້ນ ແລະ ເກັບລາຍຮັບທີ່ເປັນທ່າແຮງບົ່ມຊ້ອນ ຄຸ້ມຄອງ-ສ້າງຖານລາຍຮັບໃຫ້ມີຄວາມເຂັ້ມແຂງໝັ້ນຄົງ ແລະ ສາມາດກວດກາໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດການຈົດຮັບ-ຈົດຈ່າຍ ແນໃສ່ໃຫ້ສາມາດປະຕິບັດທັນຕາມກຳນົດເວລາ ແລະ ເປັນປົກກະຕິ.
ເອົາໃຈໃສ່ການປະຕິບັດລາຍຈ່າຍຢ່າງເຂັ້ມງວດ ບົນພື້ນຖານລະບຽບກົດໝາຍ ໂດຍຖືເອົາການເບີກຈ່າຍເງິນເດືອນ ເງິນອຸດໝູນ ແລະ ລາຍຈ່າຍຮັບໃຊ້ການເຄື່ອນໄຫວວຽກງານຂອງກົງຈັກ ພັກ-ລັດ ເປັນບຸລິມະສິດຕົ້ນຕໍປະຕິບັດລາຍຈ່າຍໃຫ້ແທດເໝາະກັບງົບປະມານທີ່ໄດ້ຈັດສັນໃຫ້ໃນແຕ່ລະປີ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະແມ່ນໃຫ້ຖືເອົາການປະຢັດເປັນຕົ້ນຕໍ ໃຫ້ຂະແໜງການເງິນກຳນົດຈະແຈ້ງກ່ຽວກັບຂັ້ນຕອນໄລຍະເວລາການຄົ້ນຄວ້າເອກະສານ ການເບີກຈ່າຍເງິນ ແລະ ແຈ້ງຄ່າທຳນຽມໃຫ້ຜູ້ໃຊ້ບໍລິການຮັບຮູ້ລະອຽດເອົາໃຈໃສ່ສ້າງສິ່ງອຳນວຍຄວາມສະດວກ ໃຫ້ຫົວໜ່ວຍທຸລະກິດມີຄວາມສະດວກວ່ອງໄວ ໂດຍສະເພາະ ການຕໍ່ທະບຽນອາກອນ ແລະ ອື່ນໆ ຍົກສູງຂອດການປະສານງານລະຫວ່າງຂະແໜງການ ສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ວຽກງານຕ່າງໆໄດ້ຮັບການແກ້ໄຂ ແລະ ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນພະແນກການເງິນ ນວ ແລະ 3 ຂະແໜງການສາຍຕັ້ງຕ້ອງປະຕິບັດພາລະບົດບາດຢ່າງເຂັ້ມງວດ ພ້ອມນີ້ ກໍ່ຕ້ອງກະກຽມຂຶ້ນແຜນງົບປະມານປີ 2019 ແຕ່ຫົວທີ ເພື່ອໃຫ້ທັນກັບສະພາບການຕົວຈິງ ໂດຍໃຫ້ພະແນການເງິນແຂວງ ເປັນເຈົ້າການປະສານສົມທົບກັບຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງ ແລະ ສູນກາງ ສິ່ງສຳຄັນການຂຶ້ນແຜນແມ່ນໃຫ້ແທດເໝາະກັບສະພາບການຕົວຈິງ ແລະ ສາມາດປະຕິບັດໄດ້.
ພາບ ແລະ ຂ່າວ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
___________
Post a Comment