ສັ່ງໂຈະອະນຸມັດໂຄງການເຂື່ອນແຮງຕໍ່າກວ່າ 15 ເມກາວັດ
ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ຄຳມະນີ ອິນທິລາດ ໄດ້ອອກແຈ້ງການເລກທີ 1167 ລົງວັນທີ 28 ພຶດສະພາ 2018 ເຖິງ ເຈົ້າຂອງນະຄອນຫຼວງ, ເຈົ້າແຂວງ, ລັດຖະມົນຕີແຜນການ ແລະ ການລົງທຶນ, ລັດຖະມົນຕີຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ລັດຖະມົນຕີການເງິນ ໃຫ້ຢຸດຊົ່ວຄາວການອະນຸມັດໂຄງການສ້າງເຂື່ອນໄຟຟ້ານຳ້ຕົກທີ່ມີກຳລັງຕິດຕັ້ງຕຳ່ກວ່າ 15 ເມກາວັດລົງມາ ແລະ ກວດຄືນດ້ານເຕັກນິກ ແລະ ນິຕິກຳບັນດາໂຄງການທີ່ໄດ້ອະນຸມັດໄປແລ້ວ ເນື່ອງຈາກວ່າໃນໄລຍະຜ່ານມາ ໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍແມ່ນໄດ້ຮັບການພັດທະນາໂດຍບໍ່ສອດຄ່ອງກັບມາດຖານເຕັກນິກວິຊາການ ແລະ ຂັ້ນຕອນການອະນຸມັດກໍບໍ່ເປັນໄປຕາມກົດໝາຍໄຟຟ້າ ແລະ ລະບຽບການຂອງລັດຖະບານວາງອອກອັນໄດ້ເຮັດ່ໃຫ້ໂຄງການມີຄຸນນະພາບຕຳ່, ມີຄວາມສ່ຽງທາງດ້ານຄວາມປອດໄພໃນເວລາກໍ່ສ້າງ ແລະ ດຳເນີນການຜະລິດ ເຊິ່ງກໍມີຕົວຢ່າງການເກີດອຸບັດຕິເຫດຮ້າຍແຮງມາແລ້ວ.
ທີ່ມາ: ສໍານັກຂ່າວສານປະເທດລາວ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment