ເຈົ້າຫນ້າທີ່ດ່ານສາກົນພູເກືອສະກັດກັ້ນລົດໂດຍສານຂົນສົ່ງໄມ້ອອກນອກປະເທດ
ແຂວງອັດຕະປື : ໃນວັນທີ 4 ມິຖຸນາ 2018 ເຈົ້າຫນ້າທີ່ດ່ານສາກົນພູເກືອ ສາມາດສະກັດກັ້ນລົດໂດຍສານທີ່ຈະອອກໄປປະເທດຫວຽດນາມ ໂດຍພາຍໃນລົດໄດ້ມີການລັກລອບຂົນໄມ້ຜິດກົດຫມາຍ ເພື່ອໄປຂາຍທີ່ປະເທດຫວຽດນາມ ແຕ່ມາຖືກເຈົ້າໜ້າທີ່ດ່ານສາກົນພູເກືອ-ເບິອີ ອັດຕະປື-ກອນຕູມຈັບໄດ້ເສຍກ່ອນ. ຂໍ້ມູນເບື້ອງຕົ້ນຄາດວ່າມີໄມ້ທີ່ພະຍາຍາມລັກລອບຂົນໃນລົດໂດຍສານມີປະມານ 3 ໂຕນກວ່າ.
ຂໍ້ມູນ: ອັດຕະປືອອນລາຍ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment