ກວດພົບສານພິດຕົກຄ້າງໃນຜັກ ແລະ ໝາກໄມ້ນຳເຂົ້າ ຈຳໜ່າຍຢູ່ຕະຫຼາດສະຫວັນໄຊ ແຂວງສະຫວັນນະເຂດ
ອີງຕາມການລາຍງານຂອງ ນສພ ວຽງຈັນໃຫ່ມ ວ່າ: ພະແນກການຕ່າງໆທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ ໄດ້ສົມທົບກັນລົງເຄື່ອນໄຫວເກັບກຳ ແລະ ກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ສົດ ທີ່ຈຳໜ່າຍຢູ່ຕະຫຼາດສະຫວັນໄຊ ເທສະບານແຂວງ ໃນວັນທີ 26 ມິຖຸນາ 2018 ຜ່ານມານີ້.
ສຳລັບການລົງກວດກາຄັ້ງນີ້ທີມງານໄດ້ສຸມເກັບຕົວຢ່າງຂອງພືດຜັກ ແລະ ໝາກໄມ້ສົດທີ່ມີການຈຳ ໜ່າຍຜົນຜະລິດທັງພາຍໃນ ແລະ ນຳເຂົ້າຈາກປະເທດໄທ ຫວຽດນາມ ຈຳນວນ 10 ກວ່າຕົວຢ່າງແລ້ວດຳເນີນການກວດສອບສານພິດຕົກຄ້າງ ໂດຍນຳໃຊ້ຊຸດກວດ GTTestKit ເຂົ້າໃນການວິເຄາະເບື້ອງຕົ້ນ ເຊິ່ງສາມາດທົດສອບສານເຄມີຈຳກັດສັດຕູພືດ 2 ກຸ່ມໄດ້ແກ່ກຸ່ມອໍກາໂນໂຟສເຟດ ແລະ ກຸ່ມຄາບາເມດ ທີ່ເປັນສານອອກລິດມີຜົນຕໍ່ລະບົບປະສາດ ແລະ ເປັນສາເຫດໜຶ່ງກໍ່ໃຫ້ເກີດເປັນພະຍາດມະເຮັງ ຈາກການສຸ່ມ ແລະ ເກັບຕົວຢ່າງໃນຜັກຫອມລາບ ຜັກບົ່ວ ໝາກເຜັດ ໝາກ ຖົ່ວຍາວ ຜັກສະຫຼັດ ໝາກແອັບ ເປີ້ນ ໝາກລາແຊັງ ໝາກມັງ ກອນ ໄດ້ພົບສານພິດຕົກຄ້າງທີ່ ເປັນອັນຕະລາຍຕໍ່ສຸຂະພາບ ເຊິ່ງຖ້າບໍລິໂພກຫຼາຍມີຜົນຕໍ່ລະບົບປະສາດ ແລະ ເປັນສາເຫດໜຶ່ງກໍ່ໃຫ້ ເກີດເປັນພະຍາດມະເຮັງໃນຈຳພວກພືດດັ່ງກ່າວ ສ່ວນພືດຜັກທີ່ມີສານຕົກຄ້າງທີ່ມີຄວາມປອດໄພມີໝາກມັງກອນ ໝາກລາແຊັງສີແດງ ລາແຊັງສີມ່ວງ ແລະ ໝາກແອັບເປິ້ນ.
ທ່ານນາງ ມະຍຸລີ ຫົງສາທິລາດ ວິຊາການປ້ອງກັນພືດຂະແໜງປູກຝັງພະແນກກະສິກຳ ແລະ ປ່າ ໄມ້ ແຂວງສະຫວັນນະເຂດ ກ່າວວ່າ: ຢູ່ແຂວງສະຫວັນນະເຂດການປູກພືດຜັກ ແລະ ໝາກໄມ້ເພື່ອບໍ ລິໂພກ ແລະ ເປັນສິນຄ້າ ແຕ່ວ່າກໍ່ຍັງມີການນຳເຂົ້າປະເພດພືດຜັກ ແລະ ໝາກໄມ້ບາງຊະນິດຈາກພາຍນອກ ເນື່ອງຈາກວ່າໃນປັດຈຸບັນການແຂ່ງຂັນທາງດ້ານການຄ້າ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກນັບມື້ສູງຂຶ້ນເຮັດໃຫ້ມີການແຂ່ງຂັນທາງດ້ານລາຄາ ແລະ ມີການເພີ່ມປະລິມານ ໂດຍນຳໃຊ້ເຕັກໂນໂລຊີ ແລະ ສານເຄມີເຂົ້າໃນການປູກພືດຜັກ ແລະ ໝາກໄມ້ ສະນັ້ນ ສານເຄມີຂ້າແມງໄມ້ໃນພືດຈຶ່ງເປັນສານໜຶ່ງທີ່ພົບວ່າຊາວກະສິກອນນຳໃຊ້ຢ່າງກວ້າງຂວາງ ແລະ ມີທ່າອ່ຽງເພີ່ມຂຶ້ນໃນທຸກປີ ອັນເປັນອັນຕະລາຍ ແລະ ສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບຂອງຜູ້ບໍລິໂພກ ດັ່ງນັ້ນ ພະແນກການພວກເຮົາຈຶ່ງເອົາໃຈໃສ່ໃນການກວດກາຢ່າງເຂັ້ມງວດ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບໜ້ອຍລົງ.
ພາບ-ຂ່າວ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment