ລັດຖະບານຈີນ ມອບເຄື່ອງຊ່ວຍເຫລືອຜູ້ປະສົບ ໄພ ຢູ່ອັດຕະປື
ໃນວັນທີ 30 ກໍລະກົດ 2018, ລັດຖະບານ ແຫ່ງ ສປ ຈີນ ໄດ້ລົງນາມເພື່ອ ມອບເຄື່ອງຊ່ວຍເຫລືອ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໄປຊ່ວຍຜູ້ປະສົບໄພພິບັດ ຢູ່ເມືອງ ສະໜາມໄຊ ແຂວງ ອັດຕະປື.
ອຸປະກອນທີ່ນຳມາຊ່ວຍເຫລືອ ໃນຄັ້ງນີ້, ປະກອບມີ: ເຕັ້ນ 500 ອັນ, ຜ້າຫົ່ມ 1.000 ຜືນ, ມຸ້ງ 1.000 ດາງ, ເຮືອ 100 ລຳ ແລະ ເຄື່ອງກອງນ້ຳ 100 ຊຸດ ລວມມູນຄ່າທັງໝົດປະມານ 24,6 ຕື້ກີບ (20 ລ້ານຢວນ) ໂດຍໄດ້ແບ່ງອອກເປັນ 2 ງວດ, ເຊິ່ງງວດທຳອິດ ໄດ້ຂົນສົ່ງມາເຖິງ ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ໃນຕອນບ່າຍວັນທີ 30 ກໍລະກົດ 2018, ສ່ວນງວດທີສອງແມ່ນຈະມາຮອດ ໃນວັນທີ 31 ກໍລະກົດ 2018 ໂດຍແມ່ນບໍລິສັດນຳເຂົ້າ-ສົ່ງອອກເຄື່ອງກົນຈັກ ແຂວງເຫີເປີຍ ສປ ຈີນ ຈຳກັດ ເປັນຜູ້ຮັບຜິດຊອບການຈັດຕັ້ງປະຕິບັດຕົວຈິງ.
ໃຫ້ກຽດລົງນາມໃນຄັ້ງນີ້, ຊຶ່ງຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ, ໂດຍ ທ່ານ ຫວາງ ເວີນ ທຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ. ການຊ່ວຍເຫລືອໃນຄັ້ງນີ້, ເປັນການຊວຍເຫລືອດ້ານມະນຸດສະທຳ ໃຫ້ແກ່ລັດຖະບານ ສປປ ລາວ, ທັງນີ້ ກໍເພື່ອເປັນການສະແດງ ເຖິງນ້ຳໃຈໄມຕີຈິດມິດຕະພາບ ຂອງລັດຖະບານ ແລະ ປະຊາຊົນຈີນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ.
ໂອກາດດັ່ງກ່າວ, ທ່ານ ຫວາງ ເວີນ ທຽນ ກໍໄດ້ສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊຶ້ງ ຕໍ່ພີ່ນ້ອງຊາວລາວທີ່ເສຍຊີວິດ ແລະ ສະແດງຄວາມເຫັນອົກເຫັນໃຈຢ່າງຈິງໃຈ ຕໍ່ຄອບຄົວຜູ້ເສຍຊີວິດ ແລະ ບາດເຈັບ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນເຂັ້ມແຂງ ຂອງພັກ ແລະ ລັດຖະບານລາວ, ປະຊາຊົນລາວຜູ້ປະສົບໄພ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໄດ້ ຢ່າງແນ່ນອນ, ພ້ອມທັງຟື້ນຟູການຜະລິດ ແລະ ຊີວິດການເປັນຢູ່ໃຫ້ຄືນສູ່ຄວາມເປັນປົກກະຕິ ໂດຍໄວ.
ທ່ານ ນາງ ໃບຄຳ ຂັດທິຍະ ກໍໄດ້ກ່າວສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນຈີນ ຕໍ່ກັບການຊ່ວຍເຫລືອຄັ້ງນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາອຸປະກອນ ການຊ່ວຍເຫລືອດັ່ງກ່າວ ສົ່ງໄປຮອດໄປເຖິງຜູ້ປະສົບໄພຢ່າງທົ່ວເຖິງ ແລະ ທັນການ.
ຂ່າວ: ສິງຄຳ, ພາບ: ເກດສະໜາ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment