ໜ່ວຍກູ້ໄພປະເທດຈີນ ສົ່ງກູ້ໄພ 100 ກວ່າຄົນເດີນທາງມາຊ່ວຍເຫຼືອ ສປປ ລາວ ຈາກເຫດເຂື່ອນແຕກໃນວັນທີ 23 ກໍລະກົດ ຜ່ານມາ
ສື່ຈີນລາຍງານວ່າ : ໜ່ວຍກູ້ໄພປະເທດຈີນ ສົ່ງກູ້ໄພ 100 ກວ່າຄົນເດີນທາງມາຊ່ວຍເຫຼືອ ສປປ ລາວ ຈາກເຫດເຂື່ອນແຕກໃນວັນທີ 23 ກໍລະກົດ ຜ່ານມາ ໂດຍທີມງານໜ່ວຍກູ້ໄພຈິນຈະເດີນທາງມາຮອດ ສປປ ລາວ ໃນຕອນແລງມື້ນີ້ (25 ກໍລະກົດ) ເພື່ອສົມທົບ ແລະ ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນ 6 ບ້ານ ຫຼຶ (1.372 ຄອບຄົບ) ທີ່ເມືອງສະໜາມໄຊ ແຂວງອັດຕະປື.
ຂໍ້ມູນເບື້ອງຕົ້ນມີພົບຜູ້ເສຍຊີວິດແລ້ວ 19 ຄົນ (ຈໍານວນ 6,631 ຄົນ ໃນ 6 ບ້ານ) ທີຖືຜົນກະທົບຈາກເຫດເຂື່ອນແຕກ . ລາຍງານເພີ່ທມເຕີມວ່າໜ່ວຍກູ້ໄພຈາກປະເທດຈີນຕ້ອງການຜູ້ແປພາສາຈີນຈຳນວນຫຼາຍ ເພື່ອເປັນອາສາສະໜັກໃນານປະສານງານກັບພາກສ່ວນຕ່າງຕ່າງໆ. ທ່ານໃດສົນໃຈ ຫຼື ຕ້ອງການເປັນສ່ວນໜື່ງຂອງປະຕິບັດການຊ້ວຍຜູ້ປະສົບໄພໃນຄັ້ງນີ ສາມາກພົວພັນທີ່ Tel/WhatsApp:02029391832
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment