ເຈົ້າໜ້າທີ່ທະຫານຊາຍແດນ ກຄ 123 ກັກກຸ່ມຄ້າຂາຍຢາເສບຕິດ ພ້ອມຂອງກາງຢາບ້າ 594,000 ເມັດ (297 ມັດ)
ວັນທີ 18 ມີຖຸນາ 2018 ເວລາປະມານ 14:00ໂມງ ທາງເຈົ້າໜ້າທີ່ທະຫານຊາຍແດນ ກຄ 123 ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ມີການຂົນສົ່ງຢາເສບຕິດ ເຂດປ່າຊ້າ ບ້ານຫ້ວຍຖຸຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ . ເຈົ້າໜ້າທີ ໄດ້ສົມທົບກັບອໍານາດການປົກຄອງບ້ານລົງໄປກວດສອບສະຖານທີ່ດັ່ງກ່າວ ພໍໄດ້ຮອດກໍເຫັນຊາຍສອງຄົນທ່າທາງມີພິລຸດ . ດັ່ງນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ກັກຕົວຊາຍທັງສອງໄວ້ ພ້ອມທັງກວດຄົ້ນສະຖານທີ່ບໍລິເວນດັ່ງກ່າວ .
ຜ່ານການກວດຄົ້ນພົບຖົງບາໂລ້ຊຸກເຊື່ອຢູ່ໃນປ່າຊ້າ ບ້ານຫ້ວຍຖຸຍ ເຊິ່ງພາຍໃນເປ້ບາໂລ້ດັ່ງກ່າພົບເຫັນຢາເສບຕິດປະເພດຢາບ້າຊຸກເຊື່ອງຢູ່ໃນຖົງຈໍານວນ 297 ມັດ ເທົ່າກັບ 594,000 ເມັດ. ດັ່ງນັ້ນ , ທະຫານຊາຍແດນ ກຄ 123 ຈິ່ງໄດ້ສົ່ງໂຕຊາຍສອງຄົນ ພ້ອມຂອງກາງໃຫ້ທາງເຈົ້າໜ້າຕໍາຫຼວດພະແນກສະກັດກັ້ນ ແລະ ປາບປາມຢາເສບຕິດ ປກສ ແຂວງບໍ່ແກ້ວ ເພື່ອນດໍາເນີນການສືບສວນສອບສວນ.
ສໍາລັບລາຍລະອຽດ ແລະ ເນື້ອໃນມີໃນຄລີບຂ່າວ ປກສ ແຂວງບໍ່ແກ້ວ ລຸ່ມນີ້.
ຂໍ້ມູນ: ປກສ ແຂວງບໍ່ແກ້ວ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment