ບົດເພງຈາກສາວພະຍາບານຄົນງາມ ມອບແດ່ຜູ້ປະສົບໄພນໍ້າຖ້ວມ ກັບບົດເພງ ນໍ້າຝົນປົນນໍ້າຕາ
ນີ້ແມ່ນໜື່ງໃນນໍ້າໃຈຄົນລາວ ແລະ ການສະແດງອອກເຖິງຄວາມເປັນຫວ່ງເປັນໄຍເພື່ອຮ່ວມຊາດ ກໍຄືຄົນລາວນໍາກັນ ຈາກເຫດເຂື່ອນແຕກທີ່ເມືອງສະໜາມໄຊ ແຂວງອັດຕະປື ສົ່ງຜົນໃຫ້ມີຜູ້ສູນຫາຍ 131 ຄົນ , ເສຍຊີວິດ 26 ຄົນ ແລະ ໄຮ້ທີ່ຢູ່ອາໄສອີກ 587 ຄອບຄົວ ເຊິ່ງແຕ່ລະພາກສ່ວນກໍໄດ້ຮ່ວມແຮງ, ຮ່ວມໃຈ, ຮ່ວມຄວາມສາມັກຄີ ແລະ ຮ່ວມທຸກກໍາລັງແຮງ -ກໍາລັງຊັບເພື່ອຊ່ວຍເຫຼືອພີ່ນ້ອງທີ່ກໍາລັງຕ້ອງການຄວາມຊ່ວຍເຫຼືອ ຕາມແຮງສັດທາ ແລະ ເງື່ອນໄຂທາງດ້ານເສດຖະກິດຂອງໃຜລາວ ເຊັ່ນດຽວກັບສາວພະຍາບານຄົນງາມ “ປູນາ” ທີ່ຕ້ອງປະຕິບັດໜ້າທີ່ປະຈໍາ ແຕ່ກໍຍັງນໍ້າໃຈ ຮ້ອງເພງເພື່ອເປັນກໍາລັງໃຈ ໃຫ້ທຸກພາກສ່ວນທີ່ໃຫ້ການຊ່ວຍຜູ້ປະສົບໄພນໍ້າຖ້ວມ ແລະ ຜູ້ປະສົບໄພນໍ້າຖ້ວມ.
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment