ຫວຽດນາມຊ່ວຍເຫຼືອ ສປປ ລາວ 200.000 ໂດລາ ເພື່ອແກ້ໄຂຜົນຮ້າຍຈາກເຫດໄພພິບັດເຂື່ອນແຕກຢູ່ແຂວງ ອັດຕະປື
ອີງຕາມການລາຍງານຂ່າວຂອງສໍານັກຂ່າວທ້ອງຖິ່ນຫວຽດນາມ ວ່າ: ໂດຍປະຕິບັດຕາມຄຳເຫັນຊີ້ນຳຂອງ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ຊີ້ນໍາກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຜັນຂະຫຍາຍວຽກງານຊ່ວຍເຫຼືອປະເທດ ລາວ ອັນຮີບດ້ວນໃນການຮັບມື ແລະ ແກ້ໄຂຜົນຮ້າຍຢ້ອນເຫດເຂື່ອນກັ້ນນໍ້າ ເຊປ່ຽນ - ເຊນໍ້ານ້ອຍ ແຕກໃນວັນທີ 23 ກໍລະກົດ ຜ່ານມາ.
ກອງບັນຊາການທະຫານເຂດ 5 ແລະ ບັນດາກົມກອງທີ່ຕັ້ງທັບໃນບໍລິເວນ ໄດ້ຜັນຂະຫຍາຍບັນດາພະນັກງານ, ນັກຮົບຂອງບາງກົມກອງຢ່າງຮີບດ່ວນຄື: ລະດົມລົດໂອໂຕ, ລົດໂຮງໝໍ, ເຮືອປະເພດຕ່າງໆ, ກຳລັງເສນາຮັກ ແລະ ທີມງາມຜ່າຕັດ 211; ກໍ່ຄືພາຫະນະອຸປະກອນເພື່ອຮັບມື ແລະ ແກ້ໄຂຜົນກະທົບຢ້ອນຫລັງຂອງເຫດດັ່ງກ່າວ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຊັນຂໍ້ຕົກລົງກ່ຽວກັບເລື່ອງຫາແຫຼ່ງງົບປະມານຊ່ວຍເຫຼືອລັດຖະບານ ລາວ ເພື່ອແກ້ໄຂຜົນກະທົບຢ້ອນຫລັງຈາກເຫດເຂື່ອນກັ້ນນໍ້າແຕກຢູ່ແຂວງ ອັດຕະປື . ດັ່ງນັ້ນ, ນາຍົກລັດຖະມົນຕີ ຫວຽດນາມ ເຫັນດີຕົກລົງໃຫ້ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນແກ່ລັດຖະບານ ສປປ ລາວ ຈໍານວນ 200.000 ໂດລາ ໂດຍນໍາໃຊ້ແຫຼ່ງທຶນສຳຮອງງົບປະມານສູນກາງປະຈໍາປີ 2018 ເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກເຫດເຂື່ອນໄຟຟ້າແຕກຢູ່ແຂວງ ອັດຕະປື ຢ່າງຮີບດ່ວນ.
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment