ບໍລິສັດໄຟຟ້ານໍ້າເທີນ 2 ຢຸດຕິການຜະລິດໄຟຟ້າ ແລະ ປ່ອຍນໍ້າລົງແມ່ນໍ້າເຊບັ້ງໄຟຊົ່ວຄາວ
ເຮືອນຈັກໂຄງການໄຟຟ້ານໍ້າເທີນ 2 ຢູ່ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຢຸດຕິການຜະລິດກະແສໄຟຟ້າ ແລະ ການປ່ອຍນໍ້າລົງຄອງເໝືອງສົ່ງນໍ້າ ລົງສູ່ແມ່ນ້ຳເຊບັ້ງໄຟຊົ່ວຄາວ ໃນວັນທີ 24 ກໍລະກົດ 2018 ຍ້ອນລະດັບນໍ້າໃນເຊບັ້ງໄຟ ເຂດເມືອງມະຫາໄຊ ລຸ່ມເຮືອນຈັກໃກ້ຈະລົ້ນຕາຝັ່ງ. ບໍລິສັດໄດ້ຫຼຸດການປ່ອຍນໍ້າເລີ່ມແຕ່ເວລາ 19:00 ໂມງຂອງວັນທີ 24 ກໍລະກົດ ແລະ ຢຸດການປ່ອຍນໍ້າ ແລະ ການຜະລິດກະແສໄຟຟ້າ ເວລາ 00:00 ໂມງກາງຄືນໃນວັນດຽວກັນ.
ໃນວັນທີ 26 ກໍລະກົດ 2018 ຢູ່ເຮືອນຈັກບໍລິສັດ ໄຟຟ້າເທີນ 2 ບ້ານສ້າງແກ້ວ ເມືອງຍົມມະລາດ ບໍລິສັດໄຟຟ້າເທີນ 2 ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຢຸດການປ່ອຍນໍ້າ ແລະ ຢຸດທຳການ ຜະລິດກະແສໄຟຟ້າຊົ່ວຄາວ, ເນື່ອງຈາກລະດັບນໍ້າເຊບັ້ງໄຟເພີ່ມຂຶ້ນສູງ. ເຂົ້າຮ່ວມມີ ທ່ານ ຄຳສອນ ອ້ວນທະວີ ຫົວໜ້າຫ້ອງວ່າການປົກຄອງແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານ ຫົວໜ້າຫ້ອງວ່າການປົກຄອງເມືອງ ທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານ ຈາກ ເມືອງຍົມມະລາດ, ມະຫາໄຊ, ເຊບັ້ງໄຟ, ໜອງບົກ ແລະ ເມືອງໄຊບູລີ ແຂວງ ສະຫວັນນະເຂດ.
ກອງປະຊຸມດັ່ງກ່າວ, ທາງບໍລິສັດ ແມ່ນໄດ້ຈັດຂຶ້ນໃນແຕ່ລະປີ ໂດຍອີງຕາມຂໍ້ຕົກລົງເຫັນພ້ອມຂອງສັນຍາສຳປະທານ ເພື່ອແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ກຳນົດ ແລະ ຢັ້ງຢືນວ່າທາງ ບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຢຸດຕິການປ່ອຍນໍ້າ ທັງນຳໄປເຜີຍແຜ່ໂຄສະນາ ໃຫ້ປະຊາຊົນບ້ານເປົ້າໝາຍລຽບຕາມແຄມນໍ້າເຊບັ້ງໄຟ ໄດ້ຮູ້ສະພາບລວມ ກ່ຽວກັບອຸປະກອນຕ່າງໆ ທີ່ຕິດຕັ້ງໃນແຕ່ລະຈຸດຂອງລະບົບການວັດແທກນໍ້າ ການບໍລິຫານຈັດເກັບນໍ້າໃນໄລຍະລະດູຝົນ ແລະ ລະດູແລ້ງ.
ທ່ານ ດູສິດ ພົມມະຈັນ ຫົວໜ້າເຂື່ອນໄຟຟ້ານໍ້າເທີນ 2 ຍັງໄດ້ລາຍງານ ກ່ຽວກັບຂໍ້ມູນ ໃນການດຳເນີນງານຂອງໂຄງການ ລວມທັງການບໍລິຫານນ້ຳ ຢູ່ອ່າງຈັດເກັບນ້ຳ ພ້ອມທັງໄດ້ໃຫ້ຮູ້ເຖິງຈຸດປະສົງ ໃນການຢຸດການຜະລິດກະແສໄຟຟ້າຊົ່ວຄາວ ແລະ ຢຸດການປ່ອຍນໍ້າ ລົງສູ່ຄອງສົ່ງນໍ້າ ເຊບັ້ງໄຟ ຍ້ອນໃນອາທິດຜ່ານມາ ມີຝົນຕົກຫລາຍເຂດອ່າງນໍ້າເທີນ 2 ລວມທັງຕອນເທິງຂອງນໍ້າເຊບັ້ງໄຟ. ສະເພາະອ່າງນໍ້າເທີນ 2 ປັດຈຸບັນ ແມ່ນລະດັບນໍ້າຮອດ 535.35 ແມັດ ທຽບກັບໜ້ານໍ້າທະເລ ເຊິ່ງບໍລິມາດນໍ້າໃນອ່າງປະມານ 2.600 ລ້ານແມັດກ້ອນ, ນໍ້າເຕັມອ່າງປະມານ 3.900 ລ້ານແມັດກ້ອນ, ເຊິ່ງເນື້ອທີ່ສາມາດຮັບນໍ້າໄດ້ຍັງເຫຼືອຢູ່ປະມານ 1,300 ລ້ານແມັດກ້ອນ. ແຕ່ວ່າປັດຈຸບັນຝົນຍັງຕົກຕໍ່ເນື່ອງ ຈຳເປັນຈຶ່ງໄດ້ຢຸດການຜະລິດກະແສໄຟຟ້າ ແລະ ຢຸດການປ່ອຍນໍ້າ ເພື່ອປະຕິບັດຕາມສັນຍາສຳປະທານ ລະຫວ່າງບໍລິສັດໄຟຟ້ານໍ້າເທີນ 2 ແລະ ລັດຖະບານລາວ ທີ່ໄດ້ເຫັນດີເປັນເອກະພາບກັນ ໃນສັນຍາທີ່ກຳນົດໄວ້ ຄື: ໂຄງການໄຟຟ້າເທີນ 2 ຈະຕ້ອງຫຼຸດອັດຕາການປ່ອຍນ້ຳອອກສູ່ນ້ຳເຊບັ້ງໄຟ ເມື່ອອັດຕາການໄຫຼຂອງນ້ຳເຊບັ້ງໄຟ ຢູ່ເມືອງມະຫາໄຊ ຂຶ້ນຮອດລະດັບ 14.4 ແມັດ.
ມາຮອດວັນທີ 24 ກໍລະກົດ ລະດັບນໍ້າເຊບັ້ງໄຟ ຂຶ້ນຮອດເຂດເຕືອນໄຟ ເຊິ່ງພວກເຮົາໄດ້ຢຸດການຜະລິດກະແສໄຟຟ້າ ແລະ ຢຸດການປ່ອຍນໍ້າ. ຄາດວ່າຈະຜະລິດໄຟຟ້າ ແລະ ປ່ອຍນໍ້າຈົນກວ່າລະດັບນໍ້າຈະຫຼຸດລົງ. ທັງນີ້, ກໍ່ເພື່ອຄວາມປອດໄພ ຂອງພໍ່ແມ່ປະຊາຊົນ ທີ່ຕັ້ງຢູ່ຕາມລຽບແມ່ນໍ້າເຊບັ້ງໄຟ.
ໂຄງການນໍ້າເທີນ 2 ແມ່ນໃຫ້ໜັ້ນໃຈໄດ້ວ່າ ໄດ້ປະຕິບັດຕາມສັນຍາ ເພື່ອບໍ່ໃຫ້ເກີດມີນໍ້າຖ້ວມ ຍ້ອນການປ່ອຍນໍ້າຂອງໂຄງການ, ທັງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນ ຈົ່ງມີຄວາມໜັ້ນໃຈໄດ້ວ່າ ເຂື່ອນໄຟຟ້າແຫ່ງນີ້ ເປັນເຂື່ອນທີ່ມີລະບົບການຈັດການທີ່ດີ, ມີຂັ້ນຕອນ, ມີການກວດສອບປະຈຳ, ມີແຜນສຸກເສີນ ແລະ ແຜນຕອບສະໜອງ ຖ້າພົບເຫັນສິ່ງໃດຜິດປົກກະຕິ, ພະນັກງານທຸກຄົນມີການຝຶກອົບຮົມ ແລະ ຝຶກຊ້ອມເພື່ອຕອບສະໜອງໃຫ້ທັນການ ແລະ ມີການກວດສອບຕະຫຼອດ, ມີຄະນະທີປຶກສາດ້ານຄວາມປອດໄພ ທັງພາຍໃນ ແລະ ຕ່າງປະເທດເປັນຢ່າງດີ.
ຂໍ້ມູນ : ຂ່າວສານປະເທດລາວ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment