ເສັ້ນທາງລະຫວ່າງເມືອງຮຸນ-ເມືອງປາກແບງ ແຂວງອຸດົມໄຊ ຖືກຕັດຂາດ ລົດບໍ່ສາມາດສັນຈອນໄດ້
ໃນວັນທີ 22 ກໍລະກົດ 2018 ເສັ້ນທາງລະຫວ່າງເມືອງຮຸນຫາເມືອງປາກແບງ ແຂວງອຸດົມໄຊ ຖືກຕັດຂາດ ລົດບໍ່ສາມາດສັນຈອນໄດ້ ເຊີ່ງເສັ້ນທາງທີ່ມີບັນປະກອບມີຈຸດ ບ້ານພູຫຼວງ ຂົວທີ່ 4 ຊບ້ານໄຊຊະນະ ແລະ ຈຸດ ບ້ານມົກລະວິນ ເສັ້ນທາງແມ່ນຍຸບ ແລະ ແຕກແຍກ ເປັນບໍລິເວນກ້ວາງ ພ້ອມກັບມີ ຕົ້ນໄມ້ຫັກທັບທາງ.
ປັດຈຸບັນພາກສ່ວນກ່ຽວຂ້ອງພ້ອມເລັ່ງແກ້ໄຂເພື່ອໃຫ້ໄດ້ໃຊ້ງານໄດ້ປົກກະຕິ , ສະນັ້ນ . ຈີ່ງແຈ້ງເຕື່ອນມາຍັງພໍ່ແມ່ປະຊາຊົນທີ່ຈະເດີນທາງໄປທີ່ເມືອງປາກແບງແມ່ນໃຫ້ກວດສອບສະພາບເສັ້ນທາງ ແລະ ດີນຟ້າອາກາດກ່ອນຈິ່ງອອກເດີນທາງເພື່ອຄວາມປອດໄພແກ່ຊີວິດ ແລພ ຊັບສີນ. ສໍາສັບສາເຫດເບື້ອງຕົ້ນແມ່ນຍ້ອນຝົນຕົກຕິດຕໍ່ກັນຫລາຍວັນຈີ່ງເຮັດໃຫ້ເສັ້ນທາງຍຸບລົງຕາມພາບ.
ພ່າບ ແລະ ຂ່າວ: ແຂວງອຸດົມໄຊ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment