ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື
ວັນທີ 25 ກໍລະກົດ 2018 ຜ່ານມາທີ່ຫ້ອງວ່າການສູນກາງພັກ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງສະຫາຍ ຫວໍ ວັນ ເຖືອງ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໂອກາດທີ່ຄະນະດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 24-27 ກໍລະກົດນີ້.
ສະຫາຍ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ການເຂົ້າຮ່ວມສຳມະນາທິດສະດີລະຫວ່າງພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ຄັ້ງທີ 6 ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍຜົນຂອງການພົບປະລະຫວ່າງການນຳສູງສຸດຂອງສອງພັກ ລາວ-ຫວຽດນາມ ທີ່ໄດ້ເປັນເອກະພາບກັນໄລຍະຜ່ານມາ ກ່ຽວກັບການຮັກສາການພົບປະ ແລກປ່ຽນ ການຢ້ຽມຢາມລະຫວ່າງການນຳຂັ້ນສູງສອງພັກຢ່າງເປັນປົກກະຕິ ການຜັດປ່ຽນກັນເປັນເຈົ້າພາບຈັດສຳມະນາທິດສະດີລະຫວ່າງສອງພັກໃນທຸກໆປີ ສະເພາະຄັ້ງນີ້ໄດ້ປະກອບສ່ວນອັນສຳຄັນໜຶ່ງເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ເລິກເຊິ່ງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ ເຊິ່ງການສຳມະນາພາຍໃຕ້ຫົວຂໍ້ ວຽກງານແນວຄິດໃນເງື່ອນໄຂປັດຈຸບັນ ສະພາບຄວາມເປັນຈິງ ບັນຫາຕັ້ງຂຶ້ນ ແລະ ວິທີການແກ້ໄຂ ເປັນຫົວຂໍ້ສຳຄັນ ທີ່ສອງຝ່າຍໄດ້ພ້ອມກັນຄົ້ນຄວ້າ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອຮັບໃຊ້ໃຫ້ແກ່ວຽກງານກຳອຳນາດຢູ່ທັງສອງປະເທດ ລາວ-ຫວຽດນາມ ບົນເສັ້ນທາງສ້າງສາພັດທະນາປະເທດຊາດໄປສູ່ຈຸດໝາຍສັງຄົມນິຍົມ ທັງເປັນການປະກອບສ່ວນເຮັດໃຫ້ຄັງສາງທິດສະດີລະຫວ່າງສອງພັກໃຫ້ນັບມື້ມີເນື້ອໃນທີ່ອຸດົມສົມບູນຂຶ້ນ.
ໂອກາດນີ້ ສະຫາຍ ຫວໍ ວັນ ເຖືອງ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາຜົນສຳເລັດທີ່ປະຊາຊົນລາວບັນດາເຜົ່າຍາດມາໄດ້ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ຕີລາຄາສູງຕໍ່ຜົນສຳເລັດອັນຈົບງາມຂອງການຢ້ຽມຢາມ ສສ ຫວຽດນາມ ຂອງສະຫາຍເລຂາທິການໃຫຍ່ໃນຕົ້ນເດືອນກໍລະກົດ ທີ່ຜ່ານມາ.
ພາບ-ຂ່າວ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment