ອຸບັດຕິເຫດລົດໃຫຍ່ເສຍຫລັກປີ້ນ ບາດເຈັບ 2 ຄົນ
ອີງຕາມການລານງານຂອງໜ່ວຍກູ້ໄພ ວ່າ: ວັນທີ 2 ມິຖຸນາ 2018 ເວລາ 00:05 ໂມງໄດ້ເກີດມີອຸບັດຕິເຫດລົດໃຫຍ່ປີ້ນຢູ່ເຂດບ້ານນາງ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍໃນຈຸດເກີດເຫດມີຜູ້ບາດເຈັບ 2 ຄົນເປັນເພດຊາຍອາການເບື້ອງຕົ້ນແມ່ນ:
ຜູ້ທີ່ 1 : ຫົວແຕກ ແລະ ມີບາດແຜຖະຫຼອກຕາມເເຂນຂາ ສ່ວນຜູ້ທີ່ 2 : ປາກແຕກ ແລະ ,uບາດແຜຖະຫຼອກຕາມແຂນຂາ. ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ150ຕຽງ.
ພົບເຫດສຸກເສີນໂທແຈ້ງ1624
ພາບ ແລະ ຂ່າວ : ໜ່ວຍກູ້ໄພນະຄອນຫຼວງ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment