ກະຊວງສາທາລະນະສຸກລາຍງານ 6 ເດືອນຕົ້ນປີມີຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ 12 ຄົນ
ໄຂ້ຍຸງລາຍເປັນພະຍາດໜຶ່ງທີ່ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຊີວິດຂອງປະຊາຊົນ ໂດຍສະເພາະ ໃນໄລຍະລະດູຝົນ ອີງຕາມການໃຫ້ຂໍ້ມູນຂອງກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 30 ທັນວາ 2017 ຫາ 18 ກໍລະກົດ 2018 ໄດ້ມີຈຳນວນຄົນເຈັບພະຍາດໄຂ້ຍຸງລາຍໃນທົ່ວປະເທດທັງໝົດ 2.426 ກໍລະນີ ແລະ ກໍລະນີເສຍຊີວິດເຖິງ 12 ກໍລະນີ ໃນນັ້ນ ສະຫວັນນະເຂດມີ 6 ກໍລະນີ ຈຳປາສັກ ແລະ ອັດຕະປື 2 ກໍລະນີ ສ່ວນ ສາລະວັນ ແລະ ໄຊຍະບູລີ 1 ກໍລະນີ ທຽບໃສ່ໄລຍະດຽວກັນກັບປີ 2017 ເພີ່ມຂຶ້ນ ສະເພາະໃນປີ 2017 ໄດ້ມີກໍລະນີຄົນເຈັບໄຂ້ຍຸງລາຍ 5.584 ກໍລະນີ.
ເພື່ອເປັນການຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວບໍ່ໃຫ້ມີກໍລະນີເພີ່ມຂຶ້ນ ທາງພາກສ່ວນກ່ຽວຂ້ອງ ໂດຍສະເພາະ ຂະແໜງສາທາລະນະສຸກໄດ້ເລັ່ງໃຫ້ຄວາມຮູ້ ແລະ ປຸກລະດົມໃຫ້ປະຊາຊົນເອົາໃຈໃສ່ປະຕິບັດຕາມ 5 ປ ທີ່ທຸກຄົນຕ້ອງເອົາໃຈໃສ່ປະຕິບັດ ປະກອບມີ ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່ ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້ ນ້ຳຮອງຕີນຕູ້ ຖ້ານຮອງຈອກນ້ຳ ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ ປັບປຸງອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະກະປ໋ອງ ຢາງຕີນລົດເກົ່າທີ່ມີນ້ຳຂັງ ປະຕິບັດໃຫ້ເປັນນິໄສປະຈຳທຸກໆອາທິດ ຖ້າເປັນໄຂ້ໃຫ້ໄປພົບແພດໝໍດ່ວນ ພຽງເທົ່ານີ້ທ່ານກໍ່ສາມາດປອດໄພຈາກການເປັນພະຍາດໄຂ້ຍຸງລາຍ.
ພາບ-ຂ່າວ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment