ລາວ-ໄທ ເປີດກອງປະຊຸມຄະນະກຳມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ນະຄອນຫຼວງວຽງຈັນ-ໜອງຄາຍ
ກອງປະຊຸມຄະນະກຳມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ ນະຄອນຫຼວງວຽງຈັນ-ແຂວງໜອງຄາຍ ຄັ້ງທີ 11 ຈັດຂຶ້ນວັນທີ 25 ສິງຫາ 2018 ທີ່ແຂວງໜອງຄາຍ ປະເທດໄທ ຝ່າຍລາວ ນຳໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຂອງນະຄອນຫຼວງວຽງຈັນ ປະທານຄະນະກຳມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນນະຄອນຫຼວງວຽງຈັນ (ນວ) ແລະ ຝ່າຍໄທນຳໂດຍທ່ານ ຣົນນະໄຊ ຈິດວິເສດ ເຈົ້າແຂວງໜອງຄາຍ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນແຂວງໜອງຄາຍ.
ກອງປະຊຸມໄດ້ທົບທວນ ແລະ ປະເມີນຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄັ້ງທີ 10 ເຊິ່ງທັງສອງຝ່າຍໄດ້ມີຄວາມຍິນດີທີ່ການພົວພັນ ແລະ ຮ່ວມມືຂອງສອງປະເທດມີຄວາມກ້າວໜ້າຢ່າງເປັນຮູບປະທຳຫຼາຍຂຶ້ນ ແລະ ເສີມສ້າງຄວາມສາມາດແກ້ໄຂບັນຫາທີ່ເກີດຂຶ້ນ ແລະ ເສີມສ້າງຄວາມໝັ້ນຄົງຕາມບໍລິເວນຊາຍແດນລະຫວ່າງ ນວ ກັບແຂວງໜອງຄາຍມີຄວາມສະຫງົບຮຽບຮ້ອຍດີ ກອງປະຊຸມສະແດງຄວາມຍິນດີຕໍ່ການພົວພັນການທູດນັບມື້ມີຄວາມໃກ້ສິດກັນຫຼາຍຂຶ້ນ ໂດຍສະເພາະການພົວພັນລະຫວ່າງ ນວ ແລະ ແຂວງໜອງຄາຍ.
ສຳລັບການຮ່ວມມືໃນການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ນວ ກັບແຂວງໜອງຄາຍກອງປະຊຸມຄະນະກຳມະການຮ່ວມມື ເຫັນດີປະຕິບັດຕາມບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ ຄັ້ງທີ 24 ຈັດຂຶ້ນວັນທີ 18-21 ທັນວາ 2017 ທີ່ ນວ ໂດຍບໍ່ໃຫ້ກຳລັງທະຫານ ແລະ ຕຳຫຼວດຂອງຝ່າຍໃດຝ່າຍໜຶ່ງລາດຕະເວນລ່ວງລ້ຳດິນແດນທາງບົກ ທາງນ້ຳ ແລະ ທາງອາກາດຂອງອີກຝ່າຍໜຶ່ງຢ່າງເດັດຂາດ ຍົກເວັ້ນກໍລະນີການຊ່ວຍເຫຼືອຜູ້ປະສົບໄພຕາມລຳແມ່ນ້ຳຂອງຕາມຫຼັກການມະນຸດສະທຳ ໂດຍຕ້ອງແຈ້ງໃຫ້ອີກຝ່າຍໜຶ່ງຊາຍແດນທັນທີ ແລະ ຫາກມີບັນຫາເກີດຂຶ້ນໃຫ້ອະນຸກຳມະການທັງສອງຝ່າຍກວດກາປຶກສາຫາລື ເພື່ອຫາວິທີແກ້ໄຂຮ່ວມກັນໂດຍໄວ ກອງປະຊຸມເຫັນດີໃຫ້ສອງຝ່າຍຮ່ວມມືສືບຕໍ່ສະກັດກັ້ນປາບປາມການເຄື່ອນໄຫວຂອງບຸກຄົນ ຫຼື ກຸ່ມຄົນທີ່ເປັນໄພຕໍ່ຄວາມໝັ້ນຄົງຂອງລາວ-ໄທ ຕາມພື້ນທີ່ຂອງຕົນຢ່າງເຂັ້ມງວດ ກອງປະຊຸມເຫັນດີໃຫ້ເຈົ້າໜ້າທີ່ຂັ້ນເທິງເຜີຍແຜ່ໃຫ້ປະຊາຊົນທັງສອງຝ່າຍໃນພື້ນທີ່ຕິດກັນຊາບ ໃນກໍລະນີມີການຈັດງານບຸນປະເພນີ ແລະ ກິດຈະກຳຕ່າງໆຕາມບໍລິເວນຊາຍແດນ ຫາກມີການຈູດພຸບັ້ງໄຟ ຫຼື ສິ່ງທີ່ເຮັດໃຫ້ມີສຽງດັງ ແມ່ນຝ່າຍຈັດກິດຈະກຳດັ່ງກ່າວ ຈະຕ້ອງແຈ້ງໃຫ້ຝ່າຍໜຶ່ງຮັບຊາບລ່ວງໜ້າຢ່າງໜ້ອຍ 3 ວັນ ຝ່າຍໄທຈະໃຫ້ໜ່ວຍເຮືອ0 ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ສືບຕໍ່ປະຕິບັດໜ້າທີ່ລາດຕະເວນຮັກສາຄວາມສະຫງົບຕາມລຳແມ່ນ້ຳຂອງ ໂດຍບໍ່ໃຫ້ເກີດຜົນກະທົບຕໍ່ການທຳມາຫາກິນຂອງປະຊາຊົນຜູ້ບໍລິສຸດທັງສອງຝ່າຍ ແລະ ທັງສອງຝ່າຍເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ດຳເນີນມາດຕະການທີ່ຈຳເປັນຢ່າງໜ້ອຍ 2 ເດືອນຕໍ່ຄັ້ງ ພາຍໃຕ້ກົດໝາຍຂອງສອງປະເທດ ພ້ອມທັງເພີ່ມທະວີຮ່ວມມືຢ່າງຈິງຈັງ ເປັນການຈັດລະບຽບຊາຍແດນ ເພື່ອປ້ອງກັນສະກັດກັ້ນ ແລະ ປາບປາມຜູ້ລັກລອບນຳຄົນເຂົ້າເມືອງ ແລະ ແຮງງານຜິດກົດໝາຍລວມທັງໃຫ້ການຮ່ວມມືດ້ານແຮງງານ ແລະ ການຕ້ານການຄ້າມະນຸດ ການຄ້າຢາເສບຕິດ ແລະ ສິນຄ້າຜິດກົດໝາຍ ສອງຝ່າຍເຫັນດີເພີ່ມເວລາການເປີດ-ປິດດ່ານປະເພນີບ້ານໜອງດາເມືອງສີໂຄດຕະບອງ ແລະ ດ່ານຜ່ອນບິນບ້ານໝໍ້ເມືອງສີຊຽງໃໝ່ຈາກເວລາ 8-16:30 ໂມງ ເປັນ 6-17 ໂມງ ແລະ ສຶກສາຄວາມເປັນໄປໄດ້ ເພື່ອຍົກລະດັບໃຫ້ເປັນຈຸດຜ່ານແດນຖາວອນຕໍ່ໄປ.
ການຮ່ວມມືກໍລະນີບຸກຄົນຂອງແຕ່ລະຝ່າຍ ຖືກຈັບກຸມຂຸມຂັງສອງຝ່າຍຈະພິຈະລະນາອະນຸຍາດໃຫ້ເຈົ້າໜ້າທີ່ ຫຼື ຍາດພີ່ນ້ອງໃຫ້ເຂົ້າຢ້ຽມຢາມຫຼື ຖືກຈັບກຸມຕາມລະບຽບກົດໝາຍຂອງແຕ່ລະປະເທດ ໂດຍແຈ້ງຜ່ານຄະນະກຳມະການເປັນຜູ້ປະສານງານກັບຜ່ານເຈົ້າໜ້າທີ່ກ່ຽວຂ້ອງ ການສົ່ງ-ຮັບຜູ້ຕ້ອງຫາ ຫຼື ຜູ້ພົ້ນໂທດຈາກການດຳເນີນຄະດີກັບຄືນສູ່ປະເທດຂອງຕົນ ອີງຕາມກົດໝາຍຂອງແຕ່ລະປະເທດ ໄດ້ມີໃຫ້ແຈ້ງຜ່ານຄະນະກຳມະການສອງຝ່າຍເຫັນດີ ໃຫ້ອະນຸກຳມະການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ ນວ-ແຂວງໜອງຄາຍ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມມືກັນກວດພື້ນທີ່ຢ່າງໜ້ອຍປີລະໜຶ່ງຄັ້ງ ສອງຝ່າຍເຫັນດີພັດທະນາເສັ້ນທາງການເດີນເຮືອທີ່ຕື້ນເຂີນ ໃນລະດູແລ້ງລະຫວ່າງຕາລິ່ງແຄມຂອງບ້ານດອນຊີງຊູ້ ເມືອງສີໂຄດຕະບອງ ແລະ ຕາລິ່ງແຄມຂອງຕຳບົນບ້ານໝໍ້ ເມືອງສີຊຽງໃໝ່ ເພື່ອໃຫ້ປະຊາຊົນສາມາດໃຊ້ປະໂຫຍດ ແລະ ເດີນເຮືອສັນຈອນໄປມາໄດ້ຕະຫຼອດປີ ເຫັນດີເພີ່ມທະວີໃຫ້ປະສານງານ ແລະ ຮ່ວມມືກັນປ້ອງກັນຕ້ານ ແລະ ສະກັດກັ່ນການລັກລອບຄ້າຂາຍປະເພດສັດປ່າ ພືດປ່າ ແລະ ໄມ້ຫ່ວງຫ້າມທີ່ຜິດກົດໝາຍບໍລິເວນຊາຍແດນຂອງທັງສອງປະເທດ ເຫັນດີສະໜັບສະໜູນໃຫ້ການຮ່ວມມືເຝົ້າລະວັງໃນການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ຕາມຊາຍແດນ ເຫັນດີປະສານງານ ແລະ ສະໜັບສະໜູນໃຫ້ພາກສ່ວນທາງການທີ່ກ່ຽວຂ້ອງສອງຝ່າຍ ຮ່ວມກັນແກ້ໄຂບັນຫາຜູ້ລັກລອບເຂົ້າເມືອງຜິດກົດໝາຍ.
ນອກຈາກນີ້ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຊາຍແດນ ນວ-ແຂວງໜອງຄາຍ ຈັດກອງປະຊຸມຮ່ວມກັນຢ່າງໜ້ອຍປີລະ 1 ຄັ້ງ ໂດຍຜັດປ່ຽນກັນເປັນເຈົ້າພາບ ສອງຝ່າຍເຫັນດີໃຫ້ມີຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ນວ-ໜອງຄາຍ ຝ່າຍລະບໍ່ເກີນ 15 ທ່ານ ແລະ ເຫັນດີໃຫ້ມີຄະນະອະນຸກຳມະການຮ່ວມມື ຮັກສາຄວາມຮຽບຮ້ອຍຕາມຊາຍແດນລະດັບເມືອງຝ່າຍລະບໍ່ເກີນ 9 ທ່ານ ສ່ວນກອງປະຊຸມຄັ້ງທີ 12 ນວ ຈະເປັນເຈົ້າພາບ.
ທີ່ມາ:ຫນັງສືພິມວຽງຈັນໃຫມ່
© ໂຕະນໍ້າຊາຂ່າວ | www.tonamcha.com
_____
Post a Comment