ຍອດເງິນບໍລິຈາກ ຜ່ານກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເງິນກີບ 14,3 ຕື້, ເງິນບາດ 17 ລ້ານ, ເງິນໂດລາ 1,98 ລ້ານ
ອີງຕາມການລາຍງານຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວ່າ: ປັດຈຸບັນ ຍອດມູນຄ່າການຊ່ວຍເຫລືອຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດ ໂດຍຜ່ານສູນຮັບບໍລິຈາກ ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພຽງສູນດຽວເທົ່ານັ້ນ (ບໍ່ລວມມູນຄ່າການຊ່ວຍເຫລືອຜ່ານລັດຖະບານ, ບັນດາກະຊວງ, ສຳນັກງານ, ແຂວງ ແລະ ສູນບໍລິຈາກອື່ນໆ) ມາຮອດວັນທີ 6 ສິງຫາ 2018, ເງິນກີບທັງໝົດບັນລຸ 14,3 ຕື້ກວ່າກີບ, ສະກຸນເງິນໄທ 17 ລ້ານກວ່າບາດ ແລະ ສະກຸນເງິນໂດລາຈຳນວນ 1,98 ລ້ານໂດລາສະຫະລັດ.
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment