ລັດ ກຳນົດຈ່າຍເງິນເດືອນພະນັກງານ ລະຫວ່າງ ວັນທີ 25-30
ກະຊວງການເງິນ ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງແນະນຳກ່ຽວກັບການຈັດຕັ້ງປະຕິບັດລາຍຈ່າຍເງິນເດືອນ ເງິນອຸດໜູນ ແລະ ເງິນນະໂຍບາຍ ໃຫ້ພະນັກງານ-ລັດຖະກອນຜ່ານລະບົບທະນາຄານ ຂຶ້ນໃນທ້າຍອາທິດຜ່ານມາ ຢູ່ກະຊວງດັ່ງກ່າວ ໂດຍເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຫົວໜ້າກົມນະໂຍບາຍການເງິນ ແລະ ນິຕິກຳ ມີທ່ານນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປະກອບຄຳເຫັນໃສ່ຮ່າງແນະນຳກ່ຽວກັບການຈັດຕັ້ງປະຕິບັດລາຍຈ່າຍເງິນເດືອນ ເງິນອຸດໜູນ ແລະ ເງິນນະໂຍບາຍ ໃຫ້ພະນັກງານລັດຖະກອນ ຜ່ານລະບົບທະນາຄານ ເພື່ອຄວາມເປັນເອກະພາບໃນການເບີກຈ່າຍເງິນດັ່ງກ່າວ ໃນແຕ່ລະເດືອນໃນຂອບເຂດທົ່ວປະເທດ ທັງເປັນການຫຼີກລ່ຽງການຄອງຄອຍວ່າເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຈະອອກວັນທີໃດ ການເບີກຈ່າຍເງິນເດືອນ ເງິນອຸດໜູນ ແລະ ເງິນນະໂຍບາຍໃຫ້ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ພັກ-ລັດຖະບານໄດ້ຖືເອົາເປັນບຸລິມະສິດອັນດັບໜຶ່ງ ເຊິ່ງໄລຍະຜ່ານມາການປະຕິບັດວຽກງານດັ່ງກ່າວຍັງບໍ່ທັນເປັນເອກະພາບ ສະແດງອອກບາງຫົວໜ່ວຍໄດ້ຮັບເງິນເດືອນໄວ ບາງຫົວໜ່ວຍເງິນເດືອນຊ້າ ບາງຫົວໜ່ວຍຢູ່ທ້ອງຖິ່ນຍັງປະກອບເອກະສານເບີກຈ່າຍເງິນ ເດືອນເປັນງວດ ສະນັ້ນ ເພື່ອຫັນເອົາວຽກງານການເບີກຈ່າຍມີຄວາມເປັນເອກະພາບໃນທົ່ວປະເທດ ກະຊວງການເງິນຈຶ່ງໄດ້ຮ່າງຄຳແນະນຳກ່ຽວການຈັດຕັ້ງປະຕິບັດລາຍຈ່າຍເງິນເດືອນ ເງິນອຸດໜູນ ແລະ ເງິນນະໂຍບາຍ ເພື່ອເຮັດໃຫ້ກາຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີປະສິດທິຜົນ ໂປ່ງໃສ ວ່ອງໄວ ຖືກຕ້ອງ ສາມາດກວດສອບໄດ້ ແລະ ທັນຕາມກຳນົດເວລາ.
ຮ່າງແນະນຳກ່ຽວກັບການຈັດຕັ້ງປະຕິບັດລາຍຈ່າຍເງິນເດືອນ ເງິນອຸດໜູນ ແລະ ເງິນນະໂຍບາຍໃຫ້ພະນັກງານລັດຖະກອນຜ່ານລະບົບທະນາຄານ ໄດ້ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຄື: ບັນດາຫົວໜ່ວຍງົບປະມານຂັ້ນສູນກາງ ແລະ ທ້ອງຖິ່ນ ປະກອບເອກະສານບັນຊີຈຳນວນພົນ ຊັ້ນ-ຂັ້ນເງິນເດືອນ ການອຸດໜູນຂອງພະນັກງານ-ລັດຖະກອນ ສົ່ງຫາກະຊວງພາຍໃນ ຫຼື ຂະແໜງພາຍໃນຂັ້ນທ້ອງຖິ່ນຂອງງວດຕໍ່ໄປບໍ່ໃຫ້ກາຍວັນທີ 15 ຂອງເດືອນສຸດທ້າຍໃນແຕ່ລະງວດ ເອກະສານລາຍຈ່າຍເງິນເດືອນ ເງິນອຸດໜູນ ເງິນນະໂຍບາຍ ສົ່ງຫາກົມງົບປະມານແຫ່ງລັດ ຫຼື ຂະແໜງງົບປະມານແຫ່ງລັດຂັ້ນທ້ອງຖິ່ນ ເພື່ອຄົ້ນຄວ້າອະນຸມັດລາຍຈ່າຍຂອງງວດຕໍ່ໄປບໍ່ໃຫ້ກາຍວັນທີ 30 ຂອງເດືອນສຸດທ້າຍໃນແຕ່ລະງວດ ແລະ ໃບຖອນເງິນສົ່ງຫາຄັງເງິນແຫ່ງຊາດ ຫຼື ຄັງເງິນແຫ່ງຊາດປະຈຳທ້ອງຖິ່ນ ເພື່ອກວດກາຄວາມຖືກຕ້ອງບໍ່ໃຫ້ກາຍວັນທີ 15 ຂອງແຕ່ລະເດືອນ.
ສ່ວນກະຊວງພາຍໃນ ຫຼື ຂະແໜງພາຍໃນຂັ້ນທ້ອງຖິ່ນ ກວດກາ ແລະ ຢັ້ງຢືນເອກະສານບັນຊີຈຳນວນພົນ ຊັ້ນຂັ້ນເງິນເດືອນ ການອຸດໜູນຂອງຫົວໜ່ວຍງົບປະມານຂອງງວດຕໍ່ໄປບໍ່ໃຫ້ກາຍວັນທີ 20 ຂອງເດືອນສຸດທ້າຍແຕ່ລະງວດ ກົມງົບປະມານແຫ່ງລັດ ຫຼື ຂະແໜງງົບປະມານແຫ່ງລັດຂັ້ນທ້ອງຖິ່ນ ກວດກາ ແລະ ອະນຸມັດລາຍຈ່າຍເງິນເດືອນ ເງິນອຸດໜູນ ເງິນນະໂຍບາຍໃຫ້ບັນດາຫົວໜ່ວຍງົບປະມານ ບໍ່ໃຫ້ກາຍວັນທີ 10 ຂອງເດືອນທຳອິດໃນງວດທີ່ປະຕິບັດລາຍຈ່າຍ ແລະ ຄັງເງິນແຫ່ງຊາດ ຫຼື ຄັງເງິນແຫ່ງຊາດປະຈຳທ້ອງຖິ່ນ ກວດກາເອກະສານລາຍຈ່າຍເງິນເດືອນ ເງິນອຸດໜູນ ເງິນນະໂຍບາຍຂອງຫົວໜ່ວຍງົບປະມານບໍ່ໃຫ້ກາຍວັນທີ 20 ຂອງແຕ່ລະເດືອນ ແລະ ສົ່ງເອກະສານລາຍຈ່າຍເງິນເດືອນ ເງິນອຸດໜູນ ເງິນນະໂຍບາຍໄປຈ່າຍຢູ່ທະນາຄານເປັນແຕ່ລະວັນ ເຊິ່ງເລີ່ມແຕ່ວັນທີ 24-30 ຂອງແຕ່ລະເດືອນ ແລະ ທະນາຄານຜູ້ໃຫ້ບໍລິການຕ້ອງໂອນເງິນເດືອນເຂົ້າບັນຊີເງິນຝາກຂອງພະນັກງານ-ລັດຖະກອນ ໃນລະຫວ່າງວັນທີ 25-30 ຂອງແຕ່ລະເດືອນ ທັງນີ້ ເພື່ອຄວາມເປັນເອກະພາບໃນການເບີກຈ່າຍເງິນເດືອນ ເງິນອຸດໜູນ ແລະ ເງິນນະໂຍບາຍໃຫ້ພະນັກງານລັດຖະກອນຜ່ານລະບົບທະນາຄານໃນຂອບເຂດທົ່ວປະເທດ.
ທີ່ມາ :ຫນັງສືພິມວຽງຈັນໃຫມ່
© ໂຕະນໍ້າຊາຂ່າວ | www.tonamcha.com
_____
Post a Comment