ເມືອງໄຊເຊດຖາ ໃຊ້ມາດຕະການເດັດຂາດຕໍ່ຜູ້ທີ່ບໍ່ປະຕິບັດມ້າງເທີບ-ເງີບ
ທ່ານ ທະວີໄຊ ໄຊປະເສີດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ (ຍທຂ) ເມືອງໄຊເຊດຖາ ໃຫ້ສຳພາດວັນທີ 28 ສິງຫາ 2018 ວ່າ: ເພື່ອຜັນຂະຫຍາຍວຽກງານ 3 ຫຼຸດ 3 ເພີ່ມ ແລະ 3 ຂະບວນການໃຫ້ປາກົດຜົນເປັນຈິງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ (ນວ) ໄດ້ໄປຖອດຖອນບົດຮຽນນຳເມືອງສີໂຄດຕະບອງ ໃນຕົ້ນປີ 2018 ຈາກນັ້ນ ກໍ່ໄດ້ມາຈັດຕັ້ງປະຕິບັດຢູ່ເມືອງຕົນເອງ ໂດຍນຳເອົາບັນຫານີ້ເຂົ້າຜ່ານກອງປະຊຸມເຈົ້າເມືອງ-ຮອງເຈົ້າເມືອງ ໂດຍເມືອງໄຊເຊດຖາ ມີ 5 ເສັ້ນທາງ ໃນ 21 ເສັ້ນທາງຢູ່ ນວ ທີ່ຈະໄດ້ຈັດສັນຄວາມເປັນລະບຽບຮຽບຮ້ອຍ ເຊິ່ງກອງປະຊຸມໄດ້ເຫັນດີເຮັດທົດລອງຢູ່ເສັ້ນທາງທາດຫຼວງ ແລະ ເສັ້ນທາງກຳແພງເມືອງ ຈາກນັ້ນ ຈຶ່ງຜັນຂະຫຍາຍໄປຍັງ 3 ເສັ້ນທາງທີ່ເຫຼືອ.
ສຳລັບການຈັດຕັ້ງປະຕິບັດຂັ້ນຕອນທຳອິດໄດ້ຮວບຮວມເອກະສານ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບວຽກງານ 3 ຂະບວນການ ຂັ້ນ ນວ ກໍ່ຄື ຂັ້ນເມືອງ ໂດຍຂຽນເປັນປື້ມໂຄງການແກ້ໄຂຫຼຸດຜ່ອນອຸບັດຕິເຫດຕາມຖະໜົນ ລົງເກັບກຳຂໍ້ມູນຕົວຈິງກ່ຽວກັບເທີບ-ເງີບ ທີ່ກວມເອົາທາງຍ່າງ ແລະ ເຂດສະຫງວນສອງຟາກທາງ ເຊີນປະຊາຊົນ ແລະ ຜູ້ປະກອບການທຸລະກິດ ທີ່ຕັ້ງເຮືອນຢູ່ແຄມທາງໄປຮັບຟັງເຜີຍແຜ່ເອກະສານ ແລະ ນິຕິກຳ ລົງເກັບກຳຂໍ້ມູນຕົວຈິງແຕ່ວັນທີ 7-25 ກໍລະກົດ 2018 ຢູ່ເສັ້ນທາງທາດຫຼວງ (ວົງວຽນທາດຫຼວງ-ໄຟອຳນາດທາດຫຼວງ-ຂົວຫົວຂົວ-3 ແຍກຕົ້ນຕານ ບ້ານຫົວຂົວ) ໂດຍກຳນົດ 15 ວັນ ໃຫ້ປະຊາຊົນເປັນຜູ້ມ້າງເທີບ-ເງີບເອງ ຈາກນັ້ນ ໄດ້ເລີ່ມມ້າງແຕ່ວັນທີ 22 ສິງຫາ 2018 ໂດຍການສົມທົບຂອງກຳລັງກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະສະເພາະກິດເມືອງໄຊເຊດຖາ ຜ່ານການຈັດຕັ້ງປະຕິບັດປະຊາຊົນໄດ້ໃຫ້ການຮ່ວມມືເປັນຢ່າງດີ ໃນນີ້ ແຕ່ໄຟແດງທາດຫຼວງ-ຂົວຫົວຂົວ ມີ 50 ຫຼັງຄາເຮືອນ ປ້າຍໂຄສະນາ 10 ກວ່າປ້າຍ ແຕ່ຍັງມີປະຊາຊົນ ແລະ ຜູ້ປະກອບການຈຳນວນໜຶ່ງຍັງບໍ່ທັນມ້າງ ໂດຍສະເພາະ ນັບແຕ່ວົງວຽນທາດຫຼວງ-ໄຟແດງທາດຫຼວງ ວັນທີ 27 ສິງຫາ 2018 ຈຶ່ງໄດ້ຂໍທິດຊີ້ນຳຈາກອຳນາດການປົກຄອງເມືອງ ເຊິ່ງອຳນາດການປົກຄອງກໍ່ເຫັນດີຕົກລົງໃຫ້ໃຊ້ມາດຕະການຕໍ່ຜູ້ທີ່ບໍ່ປະຕິບັດ.
ວັນທີ 28 ສິງຫາ 2018 ຄະນະພວກເຮົາຈຶ່ງໄດ້ລົງຈັດຕັ້ງປະຕິບັດ ໂດຍເອົາກຳລັງຄົນ ແລະ ພາຫະນະລົງໄປມ້າງເທີບ-ເງີບ ສຳລັບຜູ້ທີ່ມີເງື່ອນໄຂກໍ່ໄດ້ໃຫ້ມ້າງເອງ ໂດຍມີກຳນົດ 1 ວັນ ສ່ວນຜູ້ທີ່ບໍ່ມີເງື່ອນໄຂຄະນະກໍ່ໄດ້ມ້າງ ໃນນີ້ ການມ້າງເທີບ-ເງີບເສັ້ນທາງທາດຫຼວງ ຄາດວ່າຈະສຳເລັດວັນທີ 31 ສິງຫາ 2018 ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງປະຊາຊົນໃຫ້ການຮ່ວມມື ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງ ຕ້ອນຮັບປີທ່ອງທ່ຽວລາວ 2018 ພາຍຫຼັງສຳເລັດໂຄງການນີ້ ຈະມີການປັກຫຼັກເຂດສະຫງວນແບບຖາວອນ.
ຂ່າວ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາຂ່າວ | www.tonamcha.com
_____
Post a Comment