ສະຫະປະຊາຊາດ ເລັ່ງຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງສະໜາມໄຊ
ທ່ານນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ (ສປຊ) ປະຈຳລາວ ໄດ້ກ່າວໃນວັນທີ 13 ສິງຫາ 2018 ວ່າ: ໃນຂະນະທີ່ປະຕິບັດການການກູ້ໄພຍັງສືບຕໍ່ດຳເນີນຢູ່ໃນບ້ານທີ່ຖືກນ້ຳຖ້ວມ ຢູ່ແຂວງອັດຕະປື ທີ່ຢູ່ພາກໃຕ້ຂອງລາວ ອົງການເຄືອຄ່າຍ ສປຊ ກຳລັງເຮັດວຽກຮ່ວມກັບລັດຖະບານ ແລະ ຄູ່ຮ່ວມມືດ້ານມະນຸດສະທຳ ເພື່ອຊ່ວຍເຫຼືອດ້ານນ້ຳສະອາດ ອາຫານ ສະຖານທີ່ພັກເຊົາຊົ່ວຄາວ ແລະ ການແພດ ແກ່ປະຊາຊົນ 13 ພັນຄົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.
ເພື່ອແກ້ໄຂຄວາມຕ້ອງການອັນຮີບດ່ວນ ທີມຊ່ວຍເຫຼືອດ້ານມະນຸດສະທຳປະຈຳລາວ ໄດ້ມີດຳເນີນວຽກງານຢູ່ 8 ກຸ່ມບຸລິມະສິດຄື: ກຸ່ມວຽກງານນ້ຳສະອາດ ສຸຂາພິບານ ແລະ ສຸຂະອະນາໄມ ສຸຂະພາບ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ ທີ່ພັກອາໄສ ການປົກປ້ອງ ການສຶກສາ ການຂົນສົ່ງ ແລະ ການຟື້ນຟູເບື້ອງຕົ້ນ ເພື່ອດຳເນີນວຽກງານການຕອບສະໜອງຕໍ່ໄພພິບັດດັ່ງກ່າວ ກຸ່ມເຫຼົ່ານີ້ ໄດ້ມີການປະສານງານກັບພາກສ່ວນກ່ຽວຂ້ອງລວມມີລັດຖະບານ ອົງການເຄືອຄ່າຍ ສປຊ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຜູ້ໃຫ້ທຶນ ແລະ ຄູ່ຮ່ວມມືອື່ນໆ ສປຊ ປະຈຳລາວ ໂດຍການປະສານງານຢ່າງໃກ້ຊິດກັບລັດຖະບານ ຈະສືບຕໍ່ສະໜອງອາຫານ ແລະ ບໍ່ແມ່ນອາຫານ ເປັນຕົ້ນ ເຄື່ອງໃຊ້ສຳລັບເລື່ອງນ້ຳສະອາດ ສຸຂາພິບານ ແລະ ສຸຂະອະນາໄມ ນ້ຳປະປາ ໂປ້ມນ້ຳ ເຕັ້ນ ມຸ້ງກັນຍຸງ ແລະ ອຸປະກອນການແພດໃຫ້ປະຊາຊົນຫຼາຍກວ່າ 6 ພັນຄົນ ທີ່ໄດ້ຮັບຜົນກະທົບທີ່ກຳລັງອາໄສຢູ່ໃນແຄ້ມ ແຜນຕອບໂຕ້ໄພພິບັດຮ່ວມ ໄດ້ຮັບການສ້າງຂຶ້ນໂດຍທີມຊ່ວຍເຫຼືອດ້ານມະນຸດສະທຳປະຈຳປະເທດ ແລະ ໄດ້ນຳສະເໜີຕໍ່ລັດຖະບານ ເຊິ່ງຜູ້ໃຫ້ທຶນກໍ່ໃຫ້ທຶນເປັນທີ່ຮຽບຮ້ອຍແລ້ວ.
ພະນັກງານ ສປຊ 30 ຄົນ ຈາກ 8 ອົງການ ກຳລັງໃຫ້ການຊ່ວຍເຫຼືອໃນເຂດທີ່ໄດ້ຮັບຜົນກະທົບ ທີມງານຊ່ຽວຊານຈາກສຳນັກງານໃຫຍ່ ແລະ ຫ້ອງການປະຈຳພາກພື້ນທີ່ມີຄວາມຊຳນານ ໃນການປະເມີນສະຖານະການສຸກເສີນ ການປະເມີນເບື້ອງຕົ້ນຢ່າງຮີບດ່ວນ ການສະໜັບສະໜູນດ້ານການຂົນສົ່ງ ການສື່ສານດ້ານຄວາມສ່ຽງ ການຄຸ້ມຄອງການເຄື່ອນຍ້າຍປະຊາຊົນ ການປະສານງານເລື່ອງສຸຂະພາບ ແລະ ທີ່ພັກອາໄສຊົ່ວຄາວ ກໍ່ໄດ້ມາຮອດແລ້ວເຊັ່ນດຽວກັນ
ຂ່າວ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment