ປະທານສະພາ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຮ້ຽມ ແຂວງ ຫົວພັນ
ໃນວັນທີ 6 ສິງຫາ 2018 ຜ່ານມານີ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງ ສູນກາງພັກ ປະທານສະພາແຫ່ງຊາດ ພ້ອມດ້ວຍການນຳຂອງກະຊວງ ຍທຂ, ຮສສ, ກະສິກຳ ແລະ ປ່າໄມ້ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຮ້ຽມ ແຂວງ ຫົວພັນ ເພື່ອຮັບຟັງການລາຍງານຜົນກະທົບຈາກໄພພິບັດທາງທຳມະຊາດຢູ່ເມືອງຮ້ຽມ ແລະໄດ້ລົງເບີ່ງພື້ນທີ່ຜົນກະທົບຕົວຈິງຈຳນວນໜຶ່ງ
ຈາກນັ້ນ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງ ສູນກາງພັກ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດໂອລົມພະນັກງານ,ທະຫານ,ຕຳຫຼວດ ແລະປະຊາຊົນທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ແລະ ທ່ານໄດ້ມອບເຄື່ອງຊ່ວຍເຫຼືອ ມູນຄ່າ 15.600.000 ກີບ ໃຫ້ແກ່ເມືອງຮ້ຽມເພື່ອນຳໄປຊ່ວຍເຫຼືອຜູ້ປະສົບອຸທົກກະໄພພາຍໃນເມືອງຮ້ຽມ.
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment