ເນື້ອທີ່ການຜະລິດກະສິກຳທົ່ວປະເທດ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ປະມານ 100.000 ເຮັກຕາ
ທ່ານ ພວງປາຣິສັກ ປຣະວົງວຽງຄຳ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່າວໃນກອງປະຊຸມຄົບຄະນະບໍລິຫານງານພັກກະຊວງກະສິກຳ ແລະ ປ່າໄມ້ ເປີດກວ້າງ ຄັ້ງທີ 6 ສະໄໝທີ V ວ່າ: ປີ 2018 ທົ່ວປະເທດໄດ້ຮັບຜົນກະທົບຮ້າຍແຮງເກີນຄາດຄະເນໄວ້ ເຊິ່ງເຮັດໃຫ້ເນື້ອທີ່ການຜະລິດກະສິກຳຖືກນ້ຳຖ້ວມ 108.000 ເຮັກຕາ ໃນນີ້ ເນື້ອທີ່ປູກເຂົ້າ 101.000 ເຮັກຕາ ເທົ່າກັບ 12% ຂອງເນື້ອທີ່ແຜນປູກເຂົ້ານາປີທົ່ວປະເທດ (817.000 ເຮັກຕາ) ປັດຈຸບັນເສຍຫາຍ 66.000 ເຮັກຕາ ເທົ່າກັບ 8% ຂອງເນື້ອທີ່ນາທັງໝົດ (ເກີນຄ່າເຕືອນໄພ 3%) ພືດໄດ້ຮັບຜົນກະທົບ 7.400 ເຮັກຕາ ຄາດວ່າເສຍຫາຍ 3.000 ເຮັກຕາ ທຽບໃສ່ຜົນກະທົບຈາກພາຍຸໄຮມາ ແລະ ນົກເຕັນໃນປີ 2011 ຜົນເສຍຫາຍຫຼຸດລົງ 2% ຊົນລະປະທານຖືກກະທົບ 586 ໂຄງການ ໃນນີ້ ຫົວງານ 188 ແຫ່ງ ຄອງເໝືອງ 236 ແຫ່ງ ເນື້ອທີ່ລວມ 10.057 ເຮັກຕາ ຖືກນ້ຳຖ້ວມ 3.600 ເຮັກຕາ ຄວາມເສຍຫາຍຈາກນ້ຳຖ້ວມ ດິນເຈື່ອນ ເປ່ເພ 4.100 ເຮັກຕາ ນອກນີ້ຍັງມີສັດທີ່ຖືກຜົນກະທົບ ເປັນຕົ້ນ ຄວາຍ 5.871 ໂຕ ງົວ 13.500 ໂຕ ແຂວງຖືກກະທົບຫຼາຍກວ່າໝູ່ນອກຈາກແຂວງອັດຕະປືແມ່ນແຂວງຄຳມ່ວນ ເນື້ອທີ່ການຜະລິດ 37.000 ເຮັກຕາ ເສຍຫາຍ 21.400 ເຮັກຕາ ສະຫວັນນະເຂດ 34.600 ເຮັກຕາ ເສຍຫາຍ 25.900 ເຮັກຕາ ຈຳປາສັກ 12.900 ເຮັກຕາ ເສຍຫາຍ 7.900 ເຮັກຕາ ບໍລິຄຳໄຊ 7.500 ເຮັກຕາ ເສຍຫາຍ 2.800 ເຮັກຕາ.
ສັງລວມມູນຄ່າຄວາມເສຍຫາຍເບື້ອງຕົ້ນປີນີ້ ປະມານ 504 ຕື້ກີບ ໃນນີ້ ດ້ານປູກຝັງເສຍຫາຍ 315 ຕື້ກີບ ດ້ານລ້ຽງສັດ ແລະ ການປະມົງ 6 ຕື້ກີບ ດ້ານຊົນລະປະທານ 183 ຕື້ກີບ ນອກນີ້ ບາງແຂວງກໍ່ຍັງບໍ່ໄດ້ປະເມີນຜົນເສຍຫາຍຄື: ຈຳປາສັກ ໄຊຍະບູລີ ແລະ ອຸດົມໄຊ ເຊິ່ງໄລຍະຜ່ານມາ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບງົບປະມານບ້ວງໄພພິບັດທັງໝົດ 171,2 ຕື້ກີບ ໃນສົກປີ 2012-2013 ໄດ້ຮັບ 130 ຕື້ກີບ ສົກປີ 2013-2014 ໄດ້ຮັບ 30 ຕື້ກີບ ສົກປີ 2014-2015 ໄດ້ຮັບ 1,5 ຕື້ກີບ ສົກປີ 2015-2016 ໄດ້ຮັບ 3,5 ຕື້ກີບ ແລະ ປີ 2017 ໄດ້ຮັບ 6,2 ຕື້ກີບ.
ສັງລວມແລ້ວ ຜົນເສຍຫາຍຈາກໄພພິບັດຄັ້ງນີ້ແມ່ນກວ້າງຂວາງ ກວມເອົາຂອບເຂດທົ່ວປະເທດ ຜົນກະທົບເປັນວົງກວ້າງ ແລະ ສິ່ງທ້າທາຍທີ່ສຸດແມ່ນການສະໜອງແນວພັນທັງລະດູຝົນປີໜ້າ ແລະ ແລ້ງປີນີ້ອາດຈະບໍ່ພຽງພໍ. ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງກະສິກຳ ແລະ ປ່າໄມ້ ເປີດກວ້າງ ຄັ້ງທີ 6 ສະໄໝທີ V ຂຶ້ນວັນທີ 27-28 ສິງຫາ 2018 ຢູ່ກະຊວງດັ່ງກ່າວ ໂດຍເປັນປະທານຂອງສະຫາຍ ລຽນ ທິແກ້ວ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີຮອງເລຂາຄະນະພັກ ຄະນະປະຈຳພັກ ຄະນະພັກ ເລຂາຄະນະພັກຮາກຖານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາຂ່າວ | www.tonamcha.com
_____
Post a Comment