ຕົວເລກຜູ້ໃຊ້ສື່ສັງຄົມອອນລາຍ ໃນລາວທະລຸ 2,4 ລ້ານບັນຊີ ກວມເອົາ 35% ຂອງພົນລະເມືອງລາວ
ການນຳໃຊ້ສື່ໃໝ່ ຫລື ສື່ສັງຄົມອອນລາຍ ໃນລາວ ເພີ່ມຂຶ້ນ 6 ແສນບັນຊີ ໃນໄລຍະ 1 ປີຜ່ານມາ . ສະຖິຕິຮອດເດືອນມັງກອນ 2018, ການນໍາໃຊ້ສື່ອອນລາຍ ໃນລາວ ມີທັງໝົດ 2,4 ລ້ານບັນຊີ, ກວມເອົາ 35% ຂອງພົນລະເມືອງລາວທັງໝົດ, ໃນນັ້ນ ຈຳນວນ 2,2 ລ້ານບັນຊີ ນໍາໃຊ້ຜ່ານໂທລະສັບມືຖືສະມາດໂຟນ, ຕົວເລກນີ້ ເພີ່ມຂຶ້ນເຖິງ 6 ແສນຄົນໃນໄລຍະ 1ປີ. ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ເປີດເຜີຍໃຫ້ຮູ້ໃນໂອກາດເຂົ້າຮ່ວມ ສຳມະນາວິທະຍາສາດ, ພາຍໃຕ້ຫົວ ຂໍ້ "ການຄຸ້ມຄອງ, ນໍາໃຊ້ ແລະ ພັດ ທະນາສື່ໃນໄລຍະໃໝ່" ໃນວັນທີ 24 ກັນຍາ2018 ທີ່ຫໍປະຊຸມຄະນະໂຄ ສະນາອົບຮົມສູນກາງພັກ.
ຂໍ້ມູນ: ສໍານັກຂ່າວສານປະເທດລາວ
© ໂຕະນໍ້າຊາຂ່າວ | www.tonamcha.com
_____
Post a Comment