ເລັ່ງຟື້ນຟູຊີວິດການເປັນຢູ່ປະຊາຊົນ ທີ່ຖືກໄພພິບັດ ໃຫ້ເປັນປົກກະຕິໂດຍໄວ
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ພ້ອມຄະນະ ໄດ້ຖະແຫຼງຂ່າວກ່ຽວກັບຜົນການຕິດຕາມ ແກ້ໄຂສະພາບໄພພິບັດທີ່ເກີດຂຶ້ນໃນທົ່ວປະເທດ ທິດທາງ ແລະ ມາດຕະການແກ້ໄຂສະເພາະໜ້າ ແລະ ຍາວນານ ໃນວັນທີ 19 ກັນຍາ 2018 ທີ່ຫໍປະຊຸມແຫ່ງຊາດວ່າ: ນັບແຕ່ຕົ້ນເດືອນກໍລະກົດ ຫາເດືອນກັນຍາ 2018 ເປັນຕົ້ນມາ ໄດ້ມີລົມພາຍຸເຂດຮ້ອນຈຳນວນຫຼາຍພັດຜ່ານເຂົ້າມາລາວຢ່າງລຽນຕິດ ເປັນຕົ້ນ ພາຍຸເຊີນຕິນ ແລະ ເບບີກາໄດ້ສົ່ງຜົນກະທົບຕໍ່ຊີວິດ ຊັບສິນ ແລະ ເນື້ອທີ່ການຜະລິດຂອງປະຊາຊົນລວມທັງພື້ນຖານໂຄງລ່າງໃນ 17 ແຂວງ ແລະ 1 ນະຄອນຫຼວງ 115 ເມືອງ 2.409 ບ້ານ 131.507 ຄອບຄົວ 639.437 ຄົນ ເສຍຊີວິດ 55 ຄົນ ບາດເຈັບ 2 ສູນຫາຍ 100 ຄົນ.
ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບຜົນກະທົບໜັກຈາກສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນວັນທີ 23 ກໍລະກົດ 2018 ໄດ້ສ້າງຜົນກະທົບ 19 ບ້ານ ໃນນັ້ນ ໄດ້ຮັບຜົນກະທົບ 100% ໃນ 6 ບ້ານ 1.611 ຄອບຄົວ 7.095 ຄົນ ສູນຫາຍເບື້ອງຕົ້ນ 131 ຄົນ ຕົວເລກສູນຫາຍປັດຈຸບັນ 66 ຄົນ ຊອກຄົ້ນຜູ້ສູນຫາຍ ມາຮອດປັດຈຸບັນ ສາມາດພົບເຫັນຜູ້ເສຍຊີວິດ 34 ຄົນ ມີຜູ້ອົບພະຍົບບາດເຈັບໜັກຈາກໄພພິບັດນ້ຳຖ້ວມໄປເສຍຊີວິດຢູ່ໂຮງໝໍ 6 ຄົນ ລວມຜູ້ເສຍຊີວິດ 40 ຄົນ ແລະ ຜົນກະທົບໄດ້ສ້າງຄວາມເສຍຫາຍສະເພາະທີ່ຢູ່ອາໄສຂອງປະຊາຊົນ 12 ຕື້ກວ່າກີບ ດ້ານໂຍທາທິການ ແລະ ຂົນສົ່ງ 631,86 ຕື້ກີບ ກະສິກຳ-ປ່າໄມ້ 1.200 ຕື້ກວ່າກີບ ແລະ ໄຟຟ້າ 25 ຕື້ກວ່າກີບ ສ່ວນການສຶກສາ ແລະ ສາທາ ຍັງບໍ່ສາມາດປະເມີນຄ່າເສຍຫາຍໄດ້.
ພາຍຫຼັງທີ່ເກີດອຸທົກກະໄພໃນເມືອງສະໜາມໄຊ ລັດຖະບານໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ໂດຍຄະນະໄດ້ລົງເຄື່ອນໄຫວຊີ້ນຳ-ນຳພາໃນການປະຕິບັດການຊ່ວຍເຫຼືອສຸກເສີນ ໃນການຊ່ວຍເຫຼືອຄັ້ງນີ້ ໄດ້ນຳໃຊ້ກຳລັງຈາກກະຊວງປ້ອງກັນປະເທດ 420 ຄົນ ນຳໃຊ້ພາຫະນະ ແລະ ອຸປະກອນກອບກູ້ຊ່ວຍເຫຼືອຍົກຍ້າຍປະຊາຊົນ 4.399 ຄົນ ຄຽງຄູ່ກັນນັ້ນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລະດົມທຶນຊ່ວຍເຫຼືອທັງພາຍໃນ ແລະ ຕ່າງປະເທດ ມີ 844 ພາກສ່ວນ 19 ປະເທດ ນັບແຕ່ 24 ກໍລະກົດ ຫາ 12 ກັນຍາ 2018 ໄດ້ຮັບເງິນຊ່ວຍເຫຼືອເປັນເງິນກີບ 20 ຕື້ກວ່າກີບ ເງິນບາດ 85 ລ້ານກວ່າບາດ ເງິນໂດລາ 13 ລ້ານກວ່າໂດລາ (ສະເພາະຈຸດກະຊວງແຮງງານ) ສ່ວນຈຸດບໍລິຈາກແຂວງອັດຕະປື ໄດ້ 50 ຕື້ກວ່າກີບ ສ່ວນເຄື່ອງອຸປະໂພກ ບໍລິໂພກ ທີ່ໄດ້ຮັບການຊ່ວຍເຫຼືອ ໄດ້ນຳໄປແຈກຢາຍໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໂດຍກົງ ຈາກໄພພິບັດທາງທຳມະຊາດໃນຂອບເຂດທົ່ວປະເທດ ສ່ວນເຄື່ອງທີ່ເຫຼືອຈະສືບຕໍ່ແຈກຢາຍໃຫ້ຜູ້ປະສົບໄພ.
ການຊ່ວຍເຫຼືອບັນເທົາທຸກ ແລະ ແກ້ໄຂຊີວິດການເປັນຢູ່: ສະເພາະຢູ່ເມືອງສະໜາມໄຊ ໄດ້ແຈກຢາຍເຂົ້າກິນຈຳນວນ 20 ກິໂລຕໍ່ຄົນຕໍ່ເດືອນ ເກືອແປ້ງນົວ ປາແດກ ປາກະປ໋ອງ 12 ກະປອງຕໍ່ຄອບຄົວຕໍ່ 3 ວັນ ໝີ່ 35 ຫໍ່ຕໍ່ຄອບຄົວຕໍ່ອາທິດ ຊີ້ນໝູປະມານ 100 ກຣາມຕໍ່ຄົນຕໍ່ 3 ວັນ ເຄື່ອງໃຊ້ເຮືອນຄົວ ແລະ ເຄື່ອງມືຫາປາ ໃນເວລາດຽວກັນ ກໍ່ໄດ້ເບີກຈ່າຍເງິນແຮໃຫ້ຄອບຄົວລະ 5 ແສນກີບ ມາຮອດປັດຈຸບັນ ໄດ້ຄົ້ນຄວ້າຕົກລົງຄືນໃໝ່ ໂດຍເບີກຈ່າຍໃຫ້ 1 ແສນກີບຕໍ່ຄົນຕໍ່ເດືອນ ເປັນເງິນແຮຖົງ ເຫັນວ່າຈະພຽງພໍ ເພາະວ່າອັນພື້ນຖານໄດ້ຢາຍໃຫ້ໝົດແລ້ວ ການແຈກຢາຍບົນພື້ນຖານສະຖິຕິຄົວເຮືອນທີ່ເກັບກຳການຄິດໄລ່ສະພາບຄວາມເປັນຈິງ ແລະ ຄວາມຕ້ອງການ ເຊິ່ງໜ່ວຍງານທີ່ກ່ຽວຂ້ອງ ໄດ້ຂຶ້ນແຜນເປັນບັນຊີອັນລະອຽດ ຂໍສະເໜີເບີກຈ່າຍໄດ້ປຸກເຮືອນພັກຊົ່ວຄາວເປັນຫ້ອງແຖວ ແລະ ປະກອບເປັນຫຼັງ ປັດຈຸບັນ ໄດ້ຍົກຍ້າຍປະຊາຊົນບ້ານໃໝ່ເຂົ້າຢູ່ສູນພັກຊົ່ວຄາວ 10 ຫຼັງ 140 ຫ້ອງຕໍ່ 140 ຄອບຄົວ ສຸກເສີນເພື່ອເອື້ອອຳນວຍຄວາມສະດວກໃຫ້ແກ່ການຄົມມະນາຄົມຂົນສົ່ງ ໃນຂອບເຂດທົ່ວປະເທດ ສະເພາະຢູ່ແຂວງອັດຕະປື ການສ້ອມແປງເສັ້ນທາງ 18A ແຕ່ເທສະບານເມືອງ-ບ້ານໃໝ່ ປະຕິບັດໄດ້ 65,5% ແຕ່ບ້ານຮົມ-ຫ້ວຍອຸກ ປະຕິບັດໄດ້ 45,51% ແຕ່ເທສະບານເມືອງ-ຫ້ອຍອຸກ ປະຕິບັດໄດ້ 15% ທາງເບີ 9004 ແຕ່ ຕະມໍຢອດ-ໄຊດອນໂຂງ ປະຕິບັດໄດ້ 55% ແລະ ແຕ່ຕະມໍຢອດ-ບ້ານສະໝອງ ປະຕິບັດໄດ້ 63% ການກໍ່ສ້າງຂົວ ການເທຮາກຖານເສົາຕໍມໍຂົວຫ້ວຍກັນຈານ ປະຕິບັດໄດ້ 89% ການເທຮາກຖານເສົາຕໍມໍຂົວຫ້ວຍປິນ ປະຕິບັດໄດ້ 75% ການເທຮາກຖານເສົາຕໍມໍຂົວຮອງແຄນ ປະຕິບັດໄດ້ 35% ການບຸກເບີກເນື້ອທີ່ຈຸດພັກຖາວອນ ເຂດຕະມໍຢອດ ເນື້ອທີ່ 47,5 ເຮັກຕາ ປະຕິບັດໄດ້ 4 ເຮັກຕາ ກວມເອົາ 2,76% ຈຸດດົງບາກເນື້ອທີ່ 120 ເຮັກຕາ ປະຕິບັດໄດ້ 3,1 ເຮັກຕາ ກວມເອົາ 2,58% ຈຸດປິນດົງ ເນື້ອທີ່ 47,5 ເຮັກຕາ ປະຕິບັດໄດ້ 4 ເຮັກຕາ ກວມເອົາ 2,76% ຈຸດດອນບົກ ເນື້ອທີ່ 13,93 ເຮັກຕາ ປະຕິບັດໄດ້ 4,5 ເຮັກຕາ ກວມເອົາ 32,3% ເຊິ່ງໃນນີ້ ບໍລິສັດ SK ກຳລັງເລັ່ງສ້າງເຮືອນພັກຊົ່ວຄາວເປັນຫ້ອງແຖວ ຈຳນວນ 39 ຫຼັງ 12 ຫ້ອງຕໍ່ຫຼັງ ລວມທັງໝົດ 468 ຫ້ອງ.
ສະຫຼຸບແລ້ວ ສະພາບການແກ້ໄຂສະພາບໄພພິບັດທີ່ເກີດຂຶ້ນໃນທົ່ວປະເທດ ໂດຍສະເພາະ ຢູ່ເມືອງສະໜາມໄຊ ມີຜົນສຳເລັດເປັນກ້າວໆ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງ ແລະ ປັບປຸງໃຫ້ດີຂຶ້ນເທື່ອລະກ້າວ ເລີ່ມຈາກການຊ່ວຍເຫຼືອບັນເທົາທຸກຢ່າງທົ່ວເຖິງໄປເຖິງການຟື້ນຟູ ແລະ ການປະກອບອາຊີບເທື່ອລະກ້າວ ສະພາບຈິດໃຈຂອງປະຊາຊົນ ໄດ້ຮັບການປົວແປງໃຫ້ນັບມື້ນັບດີຂຶ້ນ ສະພາບການປັບປຸງປົວແປງພື້ນຖານໂຄງລ່າງເສດຖະກິດສັງຄົມ ໄດ້ຮັບການບູລະນະ ສາມາດນຳໃຊ້ໄດ້ໄປເຖິງຖາວອນເທື່ອລະກ້າວ ແລະ ອື່ນໆ ເຊິ່ງທັງໝົດນັ້ນ ຍ້ອນຄວາມເອົາໃຈໃສ່ຢ່າງໃກ້ຊິດ ແລະ ຈົດຈໍ່ຈາກຄະນະກຳມະການສະເພາະກິດ ລວມທັງໜ່ວຍງານທີ່ກ່ຽວຂ້ອງແຕ່ສູນກາງຮອດທ້ອງຖິ່ນ ຈົນເຖິງປະຊາຊົນໃນຂອບເຂດທົ່ວປະເທດ ໄດ້ເປັນເຈົ້າການສຸມທຸກກຳລັງຈິດກຳລັງກາຍ ແລະ ເຫື່ອແຮງເຂົ້າໃນການແກ້ໄຂບັນຫາທີ່ເກີດຂຶ້ນ.
ສຳລັບວຽກງານຈຸດສຸມໃນຕໍ່ໜ້າເລັ່ງໃສ່ປະເມີນ ແລະ ສະຫຼຸບສັງລວມຄວາມເສຍຫາຍທີ່ເກີດຂຶ້ນຈາກໄພພິບັດທຳມະຊາດ ໃນຂອບເຂດທົ່ວປະເທດ ໃຫ້ແທດຕົວຈິງ ແລະ ພາຍຫຼັງສຳເລັດການປະເມີນຜົນເສຍຫາຍແລ້ວ ຕ້ອງໄດ້ມີການວາງແຜນຟື້ນຟູແກ້ໄຂທັງໄລຍະສຸກເສີນ ໄລຍະກາງ ແລະ ໄລຍະຍາວ ນອກນັ້ນ ຈະໄດ້ກະກຽມກອງປະຊຸມຖອດຖອນບົດຮຽນວຽກງານປະເມີນຜົນ ແລະ ຟື້ນຟູເພື່ອໃຫ້ມີຄວາມລະອຽດ ສາມາດຈຳແນກວຽກບຸລິມະສິດຮີບດ່ວນ ໄລຍະສັ້ນ ແລະ ໄລຍະຍາວ ແນໃສ່ການປະຕິບັດນະໂຍບາຍປະຢັດ ສົມເຫດສົມຜົນຂອງລັດຖະບານ.
ດ້ານກະສິກຳ ຕ້ອງເອົາໃຈໃສ່ຟື້ນຟູເນື້ອທີ່ທຳການຜະລິດຂອງປະຊາຊົນ ສະໜອງແນວພັນພືດ ແລະ ສັດໃຫ້ພຽງພໍ ເພື່ອສ້າງເງື່ອນໄຂໃຫ້ແກ່ການຜະລິດຂອງປະຊາຊົນ ໂດຍສະເພາະ ການປູກເຂົ້ານາແຊງແກ້ໄຂບັນຫາສັດຕູພືດທີ່ທຳລາຍຜົນລະປູກຂອງປະຊາຊົນ ສັດຕະວະແພດ ໂດຍຖືເອົາວຽກງານກະສິກຳເປັນແນວໜ້າ ສ່ວນຂະແໜງພະລັງງານ ແລະ ບໍ່ແຮ່ ຕ້ອງໄດ້ເອົາໃຈໃສ່ຟື້ນຟູຕາຂ່າຍໄຟຟ້າໃຫ້ໄດ້ນຳໃຊ້ ແລະ ກຳນົດນະໂຍບາຍທີ່ເໝາະສົມໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ເປັນຕົ້ນ ນະໂຍບາຍການເສຍພາສີທີ່ດິນ ນະໂຍບາຍໄຟຟ້າ ແລະ ໃຫ້ເອົາໃຈໃສ່ໃນການສະໜອງກະແສໄຟຟ້າໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນ ເອົາໃຈໃສ່ວຽກງານບໍລິຫານ ແລະ ຈັດການນ້ຳໃຫ້ດີ.
ສຳລັບວຽກການເງິນ ແລະ ທະນາຄານ ຕ້ອງໄດ້ເອົາໃຈໃສ່ຊຸກຍູ້ຊ່ວຍເຫຼືອທະນາຄານນະໂຍບາຍ ບັນດາທະນາຄານທຸລະກິດທະນາຄານພັດທະນາ ແລະ ທະນາຄານສົ່ງເສີມກະສິກຳໃຫ້ສາມາດຜ່ອນໄລຍະຖອກຕົ້ນທຶນ ແລະ ດອກເບ້ຍປ່ອຍເງິນກູ້ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ເຊິ່ງໄດ້ກູ້ຢືມໃນໄລຍະເວລາຜ່ານມາ ແລະ ໃນເວລາດຽວກັນກໍ່ປ່ອຍເງິນກູ້ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ນອກຈາກນັ້ນ ຂະແໜງສຶກສາ ແລະ ສາທາ ຕ້ອງສູ້ຊົນໃຫ້ລູກຫຼານໄດ້ເຂົ້າຮຽນເປັນປົກກະຕິ ແລະ ເອົາໃຈໃສ່ໃນການຄວບຄຸມພະຍາດລະບາດທີ່ອາດຈະເກີດຂຶ້ນ ແລະ ສືບຕໍ່ປະຕິບັດວຽກຢູ່ພາກສະໜາມທີ່ເຄີຍໄດ້ປະຕິບັດມາ ແລະ ເຊີນຊ່ຽວຊານຈາກສາກົນ ເພື່ອດຳເນີນການກວດກາບັນດາເຂື່ອນທັງໝົດ ທີ່ໄດ້ດຳເນີນການຜະລິດເຂື່ອນທີ່ກຳລັງດຳເນີນການກໍ່ສ້າງ ແລະ ເຂື່ອນທີ່ໄດ້ຜ່ານການເຊັນ MOU ແລ້ວ ເພື່ອຮັບປະກັນຄວາມປອດໄພ ແລະ ຖືກຕ້ອງຕາມມາດຕະຖານເຕັກນິກໃນການກໍ່ສ້າງ.
ຂໍ້ມູນ: ນສພ ວຽງຈັນໃໝ່
© ໂຕະນໍ້າຊາຂ່າວ | www.tonamcha.com
_____
Post a Comment