ລົດໄຟຄວາມໄວສູງ ຈີນ-ຮ່ອງກົງ ເປີດບໍລິການແລ້ວຢ່າງເປັນທາງການ
ສໍານັກຂ່າວຕ່າງປະເທດລາຍງານວ່າ: ລົດໄຟຄວາມໄວສູງ ຈີນ-ຮ່ອງກົງ ເປີດບໍລິການແລ້ວຢ່າງເປັນທາງການໃນວັນທີ 23 ກັນຍາ ຜ່ານມາ ໂດຍໂຄງການລົດໄຟຄວາມໄວສູງ ຈີນ-ຮ່ອງກົງແມ່ນເລີ່ມຈາກເສັ້ນທາງ ເຊີນເຈີ້ນ- ກວາງໂຈ ເມືອງທາງຕອນໃຕ້ຂອງ ສປ ຈີນ ຕາມແຫຼ່ງຂ່າວລະບຸວ່າການເດິນທາງແມ່ນໃຊ້ເວລາພຽງ 40 ນາທີ ເຊິ່ງຖືວ່າຊ່ວຍປະຢັດເວລາກວ່າການເດິນທາງແບບປົກກະຕິ.
ສໍາລັບໂຄງການລົດໄຟຄວາມໄວສູງ ຈີນ-ຮ່ອງກົງ ໃຊ້ງົບປະມານທັງໝົດ 3.000 ລ້ານໂດລາສະຫະລັດ ແລະ ໃຊ້ເວລາເຖິງ 8 ປີໃນການດໍາເນີນການກໍ່ສ້າງ ໂດຍແຫຼ່ງຂ່າວລະບຸເພີ່ມເຕີມວ່າ ໂຄງການນີ້ແມ່ນການລ່າຊ້າເຖິງ 3 ປີ. ນັກວິເຄາະດ້ານການເມືອງຫຼາຍຄົນສະແດງຄວາມຄິດເຫັນວ່າ ໂຄງການລົດໄຟຄວາມໄວສູງ ຈີນ-ຮ່ອງກົງ ເປັນຄັ້ງທໍາອິດທີ່ກົດໝາຍຈີນແຜນດິນມີຜົນບັງຄັບໃຊ້ໃນ ເກາຮ່ອງກົງ ໂດຍເຈົ້າໜ້າທີ່ຈີນແມ່ນມີອໍານາດຂັ້ນສູງສຸດ ແລະ ເດັດຂາດໃນການບໍລິຫານ - ຕັດສີນໃຈໃນ ພາຍໃນ ແລະ ບາງສ່ວນສໍາຄັນຂອງໂຄງການ.
© ໂຕະນໍ້າຊາຂ່າວ | www.tonamcha.com
_____
Post a Comment