ນໍ້າງື່ມ ສືບຕໍ່ເພີ່ມສູງຂຶ້ນ ແລະ ໄຫຼເຂົ້າຖ້ວມ 56 ບ້ານຂອງເມືອງໄຊທານີ
ນັບແຕ່ວັນທີ 19 ສິງຫາ 2018 ເປັນຕົ້ນມາ ລະດັບນ້ຳງື່ມ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໄຫຼເຂົ້າຖ້ວມເນື້ອທີ່ທຳການຜະລິດ ເຮືອນປະຊາຊົນຢູ່ລຽບແຄມແມ່ນໍ້າງື່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ນອກນີ້ຍັງມີເສັ້ນທາງຫຼາຍເສັ້ນບໍ່ສາມາດສັນຈອນໄປມາໄດ້.
ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດເມືອງໄຊທານີ ໃຫ້ສຳພາດວັນທີ 4 ກັນຍາ 2018 ວ່າ: ປັດຈຸບັນ ລະດັບນ້ຳງື່ມຢູ່ເມືອງໄຊທານີ ແທກໄດ້ 13,12 ແມັດ, ກາຍລະດັບອັນຕະລາຍ (12 ແມັດ), ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເຮືອນປະຊາຊົນໄດ້ຮັບຜົນກະທົບ 56 ບ້ານ 1.876 ຄອບຄົວ, ເນື້ອທີ່ການຜະລິດເສຍຫາຍ 2.902 ເຮັກຕາ, ໜອງປາ 184 ເຮັກຕາ, ໃນນີ້ເນື້ອທີ່ນາ 2.176 ເຮັກຕາ, ສວນ 542 ເຮັກຕາ ເສັ້ນທາງເສຍຫາຍ 15 ເສັ້ນ ມູນຄ່າເສຍຫາຍເບື້ອງຕົ້ນ 12 ຕື້ກວ່າກີບ.
ພາຍຫຼັງທີ່ນ້ຳໄດ້ໄຫຼເຂົ້າຖ້ວມ ອຳນາດການປົກຄອງເມືອງ ກໍ່ຄືຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດເມືອງ ກໍ່ໄດ້ເຂົ້າຊ່ວຍເຫຼືອຍົກຍ້າຍຜູ້ໄດ້ຮັບຜົນກະທົບອອກມາຢູ່ສະຖານທີ່ພັກຊົ່ວຄາວ ໂດຍສະເພາະໂຮງຮຽນທີ່ມີຄວາມປອດໄພ ຈຳນວນໜຶ່ງກໍ່ໄດ້ຍົກຍ້າຍໄປຢູ່ນຳຍາດພີ່ນ້ອງ ພ້ອມນີ້ກໍ່ໄດ້ໃຫ້ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ໂດຍສະເພາະເຄື່ອງອຸປະໂພກ-ບໍລິໂພກ ເຄື່ອງໃຊ້ທີ່ຈຳເປັນ ແລະ ເງິນບັນເທົາທຸກຈຳນວນໜຶ່ງ ແລະ ໄດ້ໃຫ້ແພດຫ້ອງການສາທາລະນະສຸກເມືອງ ລົງໄປໃຫ້ສຸຂະສຶກສາ ແລະ ເບິ່ງແຍງສຸຂະພາບຂອງຜູ້ໄດ້ຮັບຜົນກະທົບຕື່ມອີກ.
ເພື່ອກຽມຄວາມພ້ອມຮັບມື້ກັບລະດັບນໍ້າງື່ມທີ່ອາດຈະເພີ່ມຂຶ້ນ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດ ຈິ່ງຮຽກຮ້ອງມາຍັງປະຊາຊົນຈົ່ງມີສະຕິລະວັງຕົວ ເກັບມ້ຽນເຄື່ອງຂອງ ສັດລ້ຽງ ແລະ ວັດຖຸມີຄ່າ ໄວ້ບ່ອນທີ່ປອດໄພ ສຳລັບແຜນການຟື້ນຟູພາຍຫຼັງນ້ຳຫຼຸດລົງ ແມ່ນຈະໄດ້ເຂົ້າຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບທຳຄວາມສະອາດເຮືອນ ແລະ ອະນາໄມພື້ນທີ່ທຳການຜະລິດ ພ້ອມຊ່ວຍແນວພັນພືດ ສ້ອມແປງຊົນລະປະທານ ສັກຢາປ້ອງກັນພະຍາດສັດ ແລະ ຢາປາບສັດຕູພືດ.
ທີ່ມາ :ຫນັງສືພິມວຽງຈັນໃຫມ່ | ພາບ : ອະນຸພົນ
© ໂຕະນໍ້າຊາຂ່າວ | www.tonamcha.com
_____
Post a Comment