ລົດບັນທຸກເສຍຫຼັກກາຍໂຄງ ຕົກລົງເຫວເລິກ ບໍລິເວນພູໜອງໂລມ ເສຍຊີວິດຄາທີ່ 1 ລາຍ
ແຂວງໄຊຍະບູລີ: ໃນວັນທີ 26 ກັນຍາ 2018 ໄດ້ມີອຸປະຕິເຫດລົດບັນທຸກເສຍຫຼັກ ກາຍໂຄງ ຢູ່ບໍລິເວນພູໜອງໂລມ ບ້ານພູແລ້ງ ເມືອງຫົງສາ ແຂວງໄຊຍະບູລີ. ອີງຕາມຂໍ້ມູນຂອງເຈົ້າໜ້າທີ່ ຕຳຫຼວດ ປກສ ເມືອງຫົງສາ ແຂວງໄຊຍະບູລີ ລາຍງານວ່າ: ຕອນບ່າຍ ເວລາປະມານ 13:15 ນາທີ ໄດ້ມີອຸປະຕິເຫດລົດບັນທຸກຂີ້ເທົາລອຍ ເລກທະບຽນ 1764 ເສຍຫຼັກ ກາຍໂຄງ ລົງເຫວເລິກ ປະມານ 140 ແມັດ ຊີວິດຄາທີ 1 ສົບ ຢູ່ເສັ້ນທາງລະຫວ່າງ ຫົງສາ-ໄຊຍະ ບໍລິເວນພູໜອງໂລມ ບ້ານພູແລ້ງ.
ທີ່ມາ : KTS_Hongsa & Mack Arthiya
© ໂຕະນໍ້າຊາຂ່າວ | www.tonamcha.com
Post a Comment