ເຫດໄຟໄຫມ້ເຮືອນປະຊາຊົນເສຍຫາຍ 1 ຫລັງ ທີ່ບ້ານ ດົງດຳດວນ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ
ແຂວງ ສະຫວັນນະເຂດ : ວັນທີ 28 ກັນຍາ 2018 ເວລາ 13:20 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີເຫດອັກຄີໄຟໄຫມ້ເຮືອນປະຊາຊົນເຂດ ບ້ານດົງດຳດວນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ
ເມື່ອທາງທີມງານໄດ້ເຖິງຈຸດເກີດເຫດ ແມ່ນໄດ້ພົບເຮືອນປະຊາຊົນກຳລັງໄຟໄຫມ້ເສຍຫາຍ1ຫລັງເປັນເຮືອ 2 ຊັ້ນ ເຈົ້າຫນ້າທີຕຳຫລວດສະກັດກັ້ນອັກຄີໄພ ແລະ ກູ້ໄພ ສະຫວັນນະເຂດ ພ້ອມປະຊາຊົນ ໄດ້ເຂົ້າຊ່ວຍເຫລືອ ລະງັບໄຟໄວ້ເພື່ອບໍ່ໃຫ້ລຸກລາມໄປເຮືອນຂ້າງໄດ້ທັນ.
ອຸປະຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສິນໂທ 020 98985454
ພາບ ແລະ ຂ່າວ: ໜ່ວຍກູ້ໄພ ສະຫວັນນະເຂດ
© ໂຕະນໍ້າຊາຂ່າວ | www.tonamcha.com | www.tonamchanews.com
_____
Post a Comment