ນະຄອນຫຼວງວຽງຈັນ ຕ້ອງການງົບປະມານຟື້ນຟູຈາກໄພພິບັດ 67 ຕື້ກວ່າກີບ
ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານຕໍ່ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໂອກາດລົງຊີ້ນຳວຽກງານການຜະລິດຢູ່ພະແນກກະສິກຳ ແລະ ປ່າໄມ້ ນວ ວັນທີ 12 ກັນຍາ 2018 ວ່າ: ແຜນການຜະລິດປະຈຳປີ 2018 ຂອງ ນວ ຕົ້ນຕໍແມ່ນການຜະລິດເຂົ້ານາປີໄດ້ວາງຄາດໝາຍເນື້ອທີ່ໄວ້ 52.373 ເຮັກຕາ ຄາດຄະເນຜົນຜະລິດ 236.733 ໂຕນ ຜ່ານການປະຕິບັດຕົວຈິງສາມາດປັກດຳໄດ້ 52.259 ເຮັກຕາ ທຽບໃສ່ແຜນການບັນລຸ 99,78% ສ່ວນພືດທີ່ເປັນທ່າແຮງຫຼັກຂອງບັນດາເມືອງມີ ພືດຜັກອິນຊີ ສາລີ ມັນຕົ້ນ ກ້ວຍ ແລະ ໄມ້ໃຫ້ໝາກ ພ້ອມນີ້ຍັງມີສັດລ້ຽງເພື່ອສະໜອງທາດຊີ້ນ ເປັນຕົ້ນ ງົວ ຄວາຍ ໝູ ໄກ່ ເປັດພັນຊີ້ນ ໄກ່ພັນຊີ້ນ ແລະ ປາ ປັດຈຸບັນສະພາບດິນຟ້າອາກາດມີການປ່ຽນແປງ ໂດຍສະເພາະ ຝົນຕົກແຮງກວ່າປົກກະຕິ ແລະ ຕິດຕໍ່ກັນຫຼາຍວັນ ເຮັດໃຫ້ 6 ເມືອງ 346 ບ້ານ 4.188 ຄອບຄົວ ຖືກນ້ຳຖ້ວມຂັງ ໃນນີ້ເສຍຫາຍຫຼາຍແມ່ນເມືອງໄຊທານີ ນາຊາຍທອງ ປາກງື່ມ ຫາດຊາຍຟອງ ສີໂຄດຕະບອງ ແລະ ສັງທອງ ເຮັດໃຫ້ການຜະລິດລະດູຝົນ ໂດຍສະເພາະ ເຂົ້ານາປີ ພືດຜັກລະດູຝົນ ສັດນ້ຳ ແລະ ລະບົບຊົນລະປະທານທີ່ຖືກກະທົບ ແລະ ເສຍຫາຍເປັນຈຳນວນຫຼາຍ ເຊິ່ງມາຮອດວັນທີ 6 ກັນຍາ 2018 ສາມາດສັງລວມມູນຄ່າເສຍຫາຍເບື້ອງຕົ້ນ 263,57 ຕື້ກີບ ໃນນີ້ດ້ານການປູກຝັງ 207,86 ຕື້ກີບ ການລ້ຽງສັດ ແລະ ການປະມົງ 25,21 ຕື້ກີບ ແລະ ດ້ານຊົນລະປະທານ 30,5 ຕື້ກີບ.
ເພື່ອແນໃສ່ຟື້ນຟູຜົນກະທົບຈາກໄພພິບັດນ້ຳຖ້ວມດັ່ງກ່າວ ພະແນກກະສິກຳ ແລະ ປ່າໄມ້ ນວ ໄດ້ວາງແຜນການແກ້ໄຂພາຍຫຼັງນ້ຳຫຼຸດລົງ ແລະ ກະກຽມໃສ່ແຜນການຜະລິດລະດູແລ້ງ ສົກປີ 2018-2019 ພ້ອມທັງແຜນການຮອງຮັບໄລຍະຍາວແຕ່ລະດ້ານ ເປັນຕົ້ນ ຈະສູ້ຊົນຂະຫຍາຍເນື້ອທີ່ການຜະລິດເຂົ້ານາແຊງ ປີ 2019 ໃນເຂດຊົນລະປະທານທົ່ວ ນວ ໃຫ້ໄດ້ 15.800 ເຮັກຕາ ໂດຍໃຫ້ເປັນລັກສະນະກະເສດສຸມ ສຸມໃສ່ຍົກຜະລິດຕະພາບການຜະລິດ ໂດຍແບ່ງເປັນ 6 ເຂດຄື: ເຂດທົ່ວໄປ 4,5 ໂຕນຕໍ່ເຮັກຕາ ເຂດກາງ 4,8 ໂຕນຕໍ່ເຮັກຕາ ແລະ ເຂດຈຸດສຸມ 5 ໂຕນຕໍ່ເຮັກຕາ ສ່ວນເນື້ອທີ່ປູກພືດຈະສູ້ຊົນໃຫ້ໄດ້ 1.537 ເຮັກຕາ ເພື່ອໃຫ້ບັນລຸຕາມແຜນດັ່ງກ່າວ ພວກເຮົາມີຄວາມຕ້ອງການສະໝອງປັດໄຈນຳເຂົ້າສຳລັບການຜະລິດ 67,9 ຕື້ກີບ ເຊັ່ນ: ແນວພັນເຂົ້າ 359.820 ໂຕນ ມູນຄ່າ 2,19 ຕື້ກີບ ແນວພັນພືດຜັກ 4.350 ໂຕນ 130 ລ້ານກີບ ສາລີອາຫານສັດ 7.150 ໂຕນ ມູນຄ່າ 193 ລ້ານກີບ ຝຸ່ນ-ປຸຍ 8.360 ໂຕນ ມູນຄ່າ 16,16 ຕື້ກີບ ລູກປາ 1,3 ລ້ານໂຕ ມູນຄ່າ 520 ລ້ານກີບ ລູກກົບ 2.500 ໂຕ ມູນຄ່າ 750.000 ກີບ ລູກກຸ້ງ 75.000 ໂຕ ມູນຄ່າ 22,5 ລ້ານກີບ ແນວພັນຫຍ້າເນເປຍ 90 ໂຕນ ມູນຄ່າ 72 ລ້ານກີບ ຫຍ້າສົດ 108 ໂຕນ ມູນຄ່າ 54 ລ້ານກີບ ເຟືອງ 108 ໂຕນ ມູນຄ່າ 21,6 ລ້ານກີບ ອາຫານໝູ 270 ໂຕນ ມູນຄ່າ 1,35 ຕື້ກີບ ເຂົ້າປຽນ 640 ກິໂລ ມູນຄ່າ 1,6 ລ້ານກີບ ຢາວັກຊິນ ແລະ ຢາປິ່ນປົວ 40.000 ກ໋ອງ ມູນຄ່າ 1,3 ຕື້ກີບ ສ້ອມແປງ ແລະ ກໍ່ສ້າງລະບົບຊົນລະປະທານ 45,9 ຕື້ກີບ.
ສຳລັບວຽກຮີບດ່ວນທີ່ພວມຈັດຕັ້ງປະຕິບັດປັດຈຸບັນ ແມ່ນເລັ່ງສຳຫຼວດເນື້ອທີ່ການຜະລິດທີ່ຍັງເຫຼືອ ແນະນຳ ແລະ ເຝິກອົບຮົມໃຫ້ຊາວກະສິກອນ ເອົາໃຈໃສ່ບົວລະບັດຮັກສາເຂົ້າ ພືດຜັກ ພືດອຸດສາຫະກຳ ໄມ້ໃຫ້ໝາກໃຫ້ປອດໄພຈາກສັດຕູພືດທຳລາຍ ແລະ ໃຫ້ໄດ້ຮັບການເກັບກ່ຽວຜົນຜະລິດໃຫ້ໄດ້ຕາມສະມັດຖະພາບທີ່ວາງໄວ້ ພ້ອມທັງສະໜອງແນວພັນໃຫ້ຊາວກະສິກອນ ສ່ວນວຽກການປະມົງແມ່ນແນະນຳໃຫ້ຊາວກະສິກອນເຝົ້າລະວັງ ສັກຢາປ້ອງກັນພະຍາດໃຫ້ສັດ ແລະ ສະໜອງຫຍ້າ ດ້ານຊົນລະປະທານແມ່ນໃຫ້ໜ່ວຍງານກ່ຽວຂ້ອງ ລົງເກັບກຳຕົວຈິງ ເພື່ອຂຶ້ນແຜນຂໍງົບປະມານສ້ອມແປງ ລວມທັງປຸກລະດົມໃຫ້ປະຊາຊົນປະກອບສ່ວນ.
![]() |
Add caption |
ຂໍ້ມູນຈາກ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາຂ່າວ | www.tonamcha.com
_____
Post a Comment