ລັດຖະບານ ລາວ ປະດັບຫຼຽນກາພັດທະນາ ໃຫ້ບໍລິສັດກໍ່ສ້າງທາງລົດໄຟລາວ-ຈີນ
ລັດຖະບານແຫ່ງ ສປປລາວ ຕົກລົງມອບຫຼຽນໄຊພັດທະນາ ແລະ ຍ້ອງຍໍກົມກອງລວມໝູ່ ໃຫ້ບໍລິສັດຮັບເໝົາກໍ່ສ້າງທາງລົດໄຟລາວ-ຈີນກໍ່ຄື: ບໍລິສັດວິສາວະກຳກໍ່ສ້າງທາງລົດໄຟເລກ 2 ສປ ຈີນ ແລະ ກຸ່ມບໍລິສັດຟາວເວີໄຊນາເລກ 10 ທີ່ມີຜົນງານໃນການພັດທະນາ ແລະ ຊ່ວຍເຫຼືອເພື່ອຟື້ນຟູລະບົບພື້ນຖານໂຄງລ່າງຂົວ-ທາງໂດຍສະເພາະໄດ້ກໍ່ສ້າງຂົວຈຳນວນ 4 ແຫ່ງຕາມເສັ້ນທາງເລກ 18 ເອ ເຂົ້າສູ່ເມືອງສະໜາມໄຊ ໃນເຂດພື້ນທີ່ ທີ່ຖຶກຜົນກະທົບຈາກໄພພິບັດທີ່ເມືອງສະໜາມໄຊ ແຂວງອັດຕະປື.
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 26 ກັນຍານີ້, ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) , ຕາງໜ້າລັດຖະບານລາວໃຫ້ກຽດມອບໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ, ມີທ່ານ ຫວາງ ເຫວິນທຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປລາວ , ມີທ່ານເຈົ້າແຂວງ, ແຂກຖຶກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພາບ ແລະ ຂ່າວ: ບຸນທົງ ນສພ ປະຊາຊົນ
© ໂຕະນໍ້າຊາຂ່າວ | www.tonamcha.com
_____
Post a Comment