ລາວ ຈະເລີ່ມເກັບອາກອນທີ່ດິນ ຜ່ານລະບົບທະນາຄານ ໃນທ້າຍປີນີ້
ທ່ານ ສອນໄຊ ສິດພະໄຊ ຮັກສາການຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ວ່າ: ຜ່ານມາ ທຫລ ສາມາດປະຕິບັດພາລະບົດບາດໃນການຮັກສາສະຖຽນລະພາບເງິນຕາ ເປັນຕົ້ນ ໄດ້ປະກອບສ່ວນຮັກສາອັດຕາເງິນເຟີ້ ຄຸ້ມຄອງທະນາຄານ ແລະ ສະຖາບັນການເງິນຕ່າງໆຕາມລະບຽບກົດໝາຍຄວບຄຸມປະລິມານເງິນ ໃຫ້ຢູ່ໃນຂອບເຂດທີ່ກຳນົດໄວ້ ອັດຕາແລກປ່ຽນກໍ່ຢູ່ໃນກອບທີ່ສະພາແຫ່ງຊາດຮັບຮອງ ນອກນີ້ ຍັງພັດທະນາລະບົບການຊຳລະສະສາງຫັນສູ່ທັນສະໄໝ ເປັນຕົ້ນ ການເກັບເງິນຄ່າທຳນຽມທາງ ການເສຍອາກອນຕ່າງໆຜ່ານລະບົບທະນາຄານ ແລະ ໃນທ້າຍປີນີ້ຈະມີການເກັບອາກອນທີ່ດິນຜ່ານລະບົບທະນາຄານ.
ການຈັດຕັ້ງປະຕິບັດຄຳສັ່ງເລກທີ 12/ນຍ ກ່ຽວກັບ 8 ມາດຕະການກະຕຸ້ນເສດຖະກິດ ທຫລ ຈະເອົາໃຈໃສ່ຜັນຂະຫຍາຍຄຳສັ່ງດັ່ງກ່າວ ທີ່ຕິດພັນກັບການປະຕິບັດປະລິມານເງິນໃຫ້ຢູ່ໃນອັດຕາທີ່ໄດ້ກຳນົດໄວ້ ອັດຕາແລກປ່ຽນກໍ່ໃຫ້ມີສະຖຽນລະພາບທີ່ບໍ່ແຕກໂຕນກັນຫຼາຍ ໂດຍສະເພາະອັດຕາແລກປ່ຽນລະຫວ່າງໃນລະບົບ ແລະ ນອກລະບົບທະນາຄານ ກໍ່ບໍ່ໃຫ້ຫ່າງກັນເກີນ 2% ພ້ອມຮັກສາອັດຕາສ່ວນຕ່າງໆຂອງອັດຕາດອກເບ້ຍເງິນກູ້ ແລະ ເງິນຝາກ ໃຫ້ຢູ່ໃນກອບທີ່ກຳນົດໄວ້ ທຫລ ຈະເອົາໃຈໃສ່ຄຸ້ມຄອງອັດຕາແລກປ່ຽນ ໂດຍຕິດຕາມການເຄື່ອນໄຫວຂອງຮ້ານແລກປ່ຽນທີ່ໄດ້ຮັບອະນຸຍາດຈາກ ທຫລ ໃຫ້ເຂັ້ມງວດຕາມລະບຽບການປະຕິບັດອັດຕາອ້າງອີງໃຫ້ກັບທະນາຄານ ແລະ ຮ້ານແລກປ່ຽນຕາມກອບຢູ່ທີ່ ທຫລ ກຳນົດໃນຜ່ານມາເຫັນວ່າ ຍັງມີຮ້ານແລກປ່ຽນຈຳນວນໜຶ່ງທີ່ບໍ່ປະຕິບັດຕາມລະບຽບກົດໝາຍ ແລະ ທຫລ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ມີການກ່າວເຕືອນ ແລະ ນຳໃຊ້ມາດຕະການທີ່ເໝາະສົມ ສຳລັບການແລກປ່ຽນຊະຊາຍນັ້ນ ປັດຈຸບັນ ທຫລ ໄດ້ມີການຄຸ້ມຄອງ ແຕ່ມັນໄດ້ຕິດພັນກັບຫຼາຍພາກສ່ວນ ໂດຍສະເພາະ ຄວາມຕ້ອງການເງິນຕາຂອງຫົວໜ່ວຍທຸລະກິດທີ່ນຳເຂົ້າສິນຄ້າ ທີ່ຍັງມີຄວາມຕ້ອງການເງິນ ທີ່ໃຊ້ໃນການຊຳລະທີ່ກັບຕ່າງປະເທດ ເພາະວ່າການສະໜອງເງິນຕາຂອງລະບົບທະນາຄານ ໄດ້ສະໜອງຕາມເອກະສານນຳເຂົ້າສິນຄ້າແຈ້ງຜ່ານຂະແໜງການດັ່ງກ່າວຢ່າງຖືກຕ້ອງ ທຫລ ຈຶ່ງຈະສະໜອງເງິນຕາຕ່າງປະເທດໃຫ້.
ບັນຫາເງິນເຟີ້ເກີດມາຈາກຫຼາຍປັດໄຈ ແຕ່ໃນນີ້ລາຄາສິນຄ້າແພງຂຶ້ນຈາກປັດໄຈພາຍນອກ ເປັນຕົ້ນ ລາຄານ້ຳມັນ ແລະ ພາຍໃນ1-2 ເດືອນຜ່ານມາ ລາຄານໍ້າມັນໂລກເພີ່ມຂຶ້ນ ລັດຖະບານໄດ້ພິຈາລະນາໂຄງສ້າງລາຄານ້ຳມັນ ຫາກລາຄານ້ຳມັນແພງ ການຜະລິດການຂົນສົ່ງກໍ່ມີຕົ້ນທຶນສູງຂຶ້ນ ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນກ່ຽວກັບບັນຫາຕິດພັນກັບທະນາຄານໃນໄລຍະຫຼັງມານີ້ ຈະເຫັນອັດຕາແລກປ່ຽນມີການເໜັງຕີງ ຍ້ອນວ່າຄ່າເງິນໂດລາໃນຕະຫຼາດສາກົນແຂງຄ່າ ເຮັດໃຫ້ເງິນພາຍໃນຂົງເຂດອ່ອນຄ່າ ເງິນກີບອ່ອນຄ່າ ມັນຈະກະທົບຕໍ່ລາຄາສິນຄ້າທີ່ນຳເຂົ້າ ແລະ ລາຄານ້ຳມັນຈະເພີ່ມຂຶ້ນ ບັນຫາເງິນເຟີ້ຈະຂຶ້ນ ລົງ ຍ້ອນປັດໄຈການສະໜອງກັບຄວາມຕ້ອງການຫຼາຍກວ່າຜົນຜະລິດ ພືດພັນທັນຍາຫານ ສະບຽງອາຫານຕ່າງໆ ແຕ່ໃນໄລຍະດຽວກັນ ຜົນການຜະລິດພັດໄດ້ຖືກນ້ຳຖ້ວມ ອາດເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນ ເພາະວ່າການຜະລິດໄດ້ຫຼຸດລົງ ການສະໜອງກໍ່ຫຼຸດລົງ ແຕ່ຄວາມຕ້ອງການພັດຍັງຄືເກົ່າ ແຕ່ເຖິງຢ່າງໃດກໍ່ຕາມເພື່ອບໍ່ໃຫ້ມີການສວຍໂອກາດເກງກຳໄລຈາກສະພາບດັ່ງກ່າວ ຫຼື ຂຶ້ນລາຄາສິນຄ້າເກີນຄວາມເປັນຈິງນັ້ນ ຕ້ອງໄດ້ມີການສະກັດກັ້ນດ້ວຍການສຶກສາອົບຮົມໃຫ້ທຸກພາກສ່ວນບໍ່ໃຫ້ເອົາປຽບ ເຊິ່ງກັນ ແລະ ກັນ ເພາະມັນຈະກະທົບຕໍ່ຊີວິດການເປັນຢູ່ຂອງພະນັກງານທະຫານ ຕຳຫຼວດ ແລະ ປະຊາຊົນເຮົາ.
ທີ່ມາ: ນສພ ວຽງຈັນໃໝ່
© ໂຕະນໍ້າຊາຂ່າວ | www.tonamcha.com
_____
Post a Comment