ຊາວໜຸ່ມແຂວງຊຽງຂວາງ ສ້າງຂະບວນການອອກແຮງງານລວມ ສ້າງໂກຍຫີນເພື່ອເຮັດຂົວຂ້າມຫ້ວຍນໍ້າກຶນ
ວັນທີ 11 ກັນຍາ 2018 ຜ່ານມານີ້ ຄະນະບໍລິຫານງານຊາວໜຸ່ມແຂວງຊຽງຂວາງ ສົມທົບກັບຮາກຖານຊາວໜຸ່ມ, ໜ່ວຍຊາວໜຸ່ມ ບັນດາພະແນກການກົມກອງອ້ອມຂ້າງແຂວງຊຽງຂວາງ ສ້າງຂະບວນການອອກແຮງງານລວມໂດຍການສ້າງໂກຍຫີນເພື່ອເຮັດຂົວຂ້າມຫ່ວຍນ້ຳກຶນ ລະຫວ່າງບ້ານມ່ວງພາ ຫາເທສະບານເມືອງແປກ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ, ນ້ອງນັກຮຽນໃຊ້ເສັ້ນທາງດັ່ງກ່າວໄປມາຫາສູ່ກັນ ແລະ ໄປຮຽນໄດ້ປົກກະຕິ ເພາະເສັ້ນທາງດັ່ງກ່າວຖືກຕັດຂາດ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫລາຍມື້ທີ່ຜ່ານມາ ຈິ່ງເຮັດໃຫ້ນໍ້າຂື້ນສູງໄຫລຖ້ວມທາງຈິ່ງເຮັດໃຫ້ເສັ້ນທາງດັ່ງກ່າວຖຶກຕັດຂາດ ການໄປມາພົບຄວາມຫຍຸ້ງຍາກ.
ພາບ-ຂ່າວ: ສົມພອນ ເທບທິລາດ (VIa Media Laos)
© ໂຕະນໍ້າຊາຂ່າວ | www.tonamcha.com
_____
Post a Comment