ຄົນຜູກຄໍຕາຍໃນປ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
ອີງຕາມການລາຍງານຂອງ ໜ່ວຍກູ້ໄພມູນນິທິຈີນ ວ່າ: ໃນວັນພຸດ ວັນທີ 26 ກັນຍາ 2018 ເວລາ10:30ນາ ໜ່ວຍກູ້ໄພໄດຮັບແຈ້ງຈາກປະຊາຊົນຜ່ານເບີສຸກເສີນ 1628 ວ່າມີຄົນຜູກຄໍຕາຍໃນປ່າ ເຂດບ້ານນາດີ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ; ໜ່ວຍກູ້ໄພມູນນິທິຈີນ 1628 ຈຶ່ງໄດ້ອອກກວດສອບທີ່ຈຸດເກີດເຫດພົບເຫັນຜູ້ເສຍຊີວິດ 01 ຄົນເປັນເພດຊາຍ ຫຼັງຈາກຫ້ອງການບ້ານ ແລະ ເຈົ້າໜ້າທີພິສູດຫຼັກຖານພິສູດແລ້ວໆ ໜ່ວຍກູ້ໄພຈື່ງໄດ້ທຳການຫໍ່ແລ້ວນຳເອົາສົບມາຝາກທີ່ຕູ້ແຊເຢັນມູນນິທິຈີນນະຄອນຫຼວງວຽງຈັນ ບ້ານດົງປາແຫລບ.
ພົບອຸບັດຕິເຫດຕາມທ້ອງຖະໜົນ | ຜູ້ປ່ວຍສຸກເສີນໂທແຈ້ງ1628ໄດ້ 24 ຊົ່ວໂມງ
© ໂຕະນໍ້າຊາຂ່າວ | www.tonamcha.com
_____
Post a Comment