ສະຫະພັນບານແຕະເອີຣົບ (UEFA) ເລືອກເຢຍລະມັນ ແຊ້ມໂລກ 4 ສະໄໝເປັນເຈົ້າພາບ ການແຂ່ງຂັນບານແຕະເອີຣົບ 2024
ອີງຕາມການລາຍງານຂອງສໍານັກຂ່າວຕ່າງປະເທດ ວ່າ: ໃນວັນທີ 27 ກັນຍາ 2018 ສະຫະພັນບານແຕະເອີຣົບ (UEFA) ເລືອກ ເຢຍລະມັນ ເປັນເຈົ້າພາບ ການແຂ່ງຂັນບານແຕະເອີຣົບ 2024 ຫຼັງລົງຊີງໄຊແຂ່ງຂັນການເປັນເຈົ້າພາບກັບປະເທດ ຕຸລະກີ . ເຢຍລະມັນ ເປັນແຊ້ມບານແຕະໂລກ 4 ສະໄໝ ແລະ ເປັນເຈົ້າພາບບານແຕະໂລກໃນປີ 2006 ສ່ວນການເປັນເຈົ້າພາບການແຂ່ງຂັນບານແຕະເອີຣົບ ແມ່ນເຄີບເປັນເຈົ້າພາບໃນປີ 1988 ໂດຍໃຊ້ຊື່ເຂົ້າຊີງການເປັນເຈົ້າພາບໃນນາມ ເຢຍລະມັນຕາເວັນຕົກ.
ສໍາລັບເຢຍລະມັນ ແມ່ນເຄີຍເປັນແຊ້ມບານແຕະເອີຣົບ 3 ຄັ້ງ ທຽມເທົ່າກັບປະເທດສະເປນ. ສ່ວນການເປັນເຈົ້າພາບການແຂ່ງຂັນບານແຕະເອີຣົບ 2020 ສະຫະພັນບານແຕະເອີຣົບ (UEFA) ແມ່ນຈະໃຊ້ເມືອງໃຫຍ່ໆທົ່ວທະວີບເອີຣົບ ຮ່ວມກັນເປັນເຈົ້າພາບ.
© ໂຕະນໍ້າຊາຂ່າວ | www.tonamcha.com | www.tonamchanews.com
_____
Post a Comment