ມາຮູ້ຈັກ ຊົນເຜົ່າຕອງເຫລືອງ
ເຜົ່າຕອງເຫລືອງ ແມ່ນມີອີກຊື່ໜື່ງເອີ້ນເປັນທາງການວ່າ ເຜົ່າກຣີ ໂດຍມີດຳລົງຊີວິດຢູ່ໃນປ່າໂດຍໃຊ້ຕອງປຸກເປັນເຮືອນ ເມື່ອໃດທີ່ຕອງເຫລືອງ ຫລື ແຫ້ງຕາຍກໍ່ຈະພາກັນຍົກຍ້າຍໄປຢູ່ບ່ອນໃຫມ່ ເປັນຊົນເຜົ່ນທີ່ບໍ່ມີທີ່ຢູ່ຖາວອນ. ອາຫານຂອງເຂົາເຈົ້າແມ່ນ ກິນເຜືອກ, ມັນ ແລະ ເປືອກໄມ້ແຊ່ນໍເາແລ້ວປົນນໍ້າເຜິ້ງ, ມີພາສາເປັນຂອງຕົນເອງ ແລະ ຊົນເຜົ່ານີ້ອາໄສຢູ່ແຂວງ ໄຊຍະບູລີ, ແຂວງຄຳມ່ວນ ແລະ ແຊວງບໍລິຄຳໄຊ
ປັກຈຸບັດ, ໝູ່ບ້ານເຜົ່າຕອງເຫລືອງແມ່ນຖືກຈັດສັນໃຫ້ຢູ່ທີ່ບ້ານ ນາກະດົກ ແລະບ້ານ ນາທອນ ເມືອງຄຳເກີດ ແຂວງ ບໍລິຄຳໄຊ ໂດຍມີຈຳນວນສະມາຊິດປະມານ 200 ກວ່າຄົນ.
© ໂຕະນໍ້າຊາ | www.tonamcha.com
_____
Post a Comment