ລາວ-ຈີນ ຮ່ວມມືຜະລິດພືດຜັກ ແລະ ໝາກໄມ້ສະອາດ
ເມື່ອບໍ່ດົນມານີ້ ທີ່ສູນກະສິກຳ ແລະ ປ່າໄມ້ ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ມີພິທີວາງສີລາລຶກໂຄງການຮ່ວມມືກ່ຽວກັບການຜະລິດພືດຜັກ ແລະ ໝາກໄມ້ສະອາດທີ່ທັນສະໄໝຢູ່ ສປປ ລາວ ໂດຍມີທ່ານ ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ທ່ານນາງ ເອີ້ ເວ ບໍລິສັດ ໄໜສຽງພັດທະນາກະສິກຳແຂວງໄຮ່ລົງຈ່ຽງ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທັງນີ້, ກໍ່ເພື່ອແນໃສ່ປະຕິບັດຕາມ 3 ເສົາຄ້ຳ 4 ແຜນງານຄື: ເສົາຄ້ຳກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກ ເຮັດໃຫ້ປັດຈຸບັນກະຊວງກະສິກຳ ແລະ ປ່າໄມ້ ໄດ້ເລັ່ງໃສ່ຈັດຕັ້ງປະຕິບັດ 4 ແຜນງານໃຫຍ່ຄື: ແຜນງານຄ້ຳປະກັນສະບຽງອາຫານເພື່ອຄວາມໝັ້ນຄົງດ້ານສະບຽງອາຫານ ແຜນງານຜະລິດເປັນສິນຄ້າ ແຜນງານພັດທະນາປ່າໄມ້ແບບຍືນຍົງ ແລະ ແຜນງານພັດທະນາຊົນນະບົດ-ລຶບລ້າງຄວາມທຸກຍາກ ເພື່ອເຮັດໃຫ້ບັນດາວຽກງານດັ່ງກ່າວ ປະສົບຜົນສຳເລັດຕາມເປົ້າໝາຍວາງໄວ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການສົ່ງເສີມປະຊາຊົນ ໃຫ້ເປັນເຈົ້າການຜະລິດກະສິກຳເປັນສິນຄ້າ ຄຽງຄູ່ກັບການປະສານສົມທົບກັບປະເທດໃກ້ຄຽງ ເພື່ອນຳເອົາວິຊາການ ແລະ ເຕັກນິກທັນສະໄໝ ເຂົ້າມາສົ່ງເສີມການຜະລິດກະສິກຳໃຫ້ສູງຂຶ້ນເປັນກ້າວໆ.
ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ໄໜສຽງພັດທະນາກະສິກຳແຂວງໄຮ່ລົງຈ່ຽງ ຈຳກັດ ສປ ຈີນ ຈັດຕັ້ງປະຕິບັດໂຄງການຮ່ວມມືລາວ-ຈີນ ກ່ຽວກັບການຜະລິດພືດຜັກ ແລະ ໝາກໄມ້ສະອາດ ໂດຍໂຄງການມີໜ້າທີ່ຫຼັກແມ່ນເປັນສະຖານທີ່ສາທິດ ແລະ ອົບຮົມໃຫ້ຄວາມຮູ້ແກ່ຊາວກະສິກອນທົ່ວປະເທດ ກ່ຽວກັບການຜະລິດກະສິກຳສະອາດ ໂດຍໃນໂຄງການຈະສ້າງອາຄານສາທິດ ເຮືອນປູກທັນສະໄໝ ການນຳໃຊ້ແສງຕາເວັນ ແລະ ໂຊລາເຊວ ຕະຫຼອດເຖິງການນຳໃຊ້ລະບົບນ້ຳບາດານເຂົ້າໃນການຜະລິດທັນສະໄໝ ແລະ ຄົບຊຸດ ຄາດວ່າໂຄງການຈະສາມາດຜະລິດພືດຜັກສະອາດໄດ້ 30 ຊະນິດ 50.000 ກິໂລຕໍ່ປີ ເພື່ອແນໃສ່ສະໜອງພືດຜັກ ແລະ ໝາກໄມ້ສະອາດ ມີຄຸນະພາບສູງແກ່ສັງຄົມ ກໍ່ຄື ການສົ່ງອອກໄປປະເທດຈີນ ໂດຍສະເພາະ 5 ພືດ ທີ່ຕະຫຼາດຈີນມີຄວາມຕ້ອງການສູງຄື: ສາລີ ມັນຕົ້ນແຫ້ງ ກ້ວຍ ໝາກໂມ ແລະ ເຂົ້າສານ ເຊິ່ງມີຄວາມຈຳເປັນທີ່ລາວຕ້ອງຍົກຄຸນະພາບ ແລະ ປະລິມານການຜະລິດບັນດາພືດຜັກ-ໝາກໄມ້ຕ່າງໆໃຫ້ສູງຂຶ້ນ ເພື່ອຮອງຮັບການຄ້າຕ່າງປະເທດ ທີ່ຈະຂະຫຍາຍຕົວໃນອະນາຄົດ ພາຍຫຼັງໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ.
ທີ່ມາ : ໜັງສືພິມວຽງຈັນໃໝ່
© ໂຕະນໍ້າຊາຂ່າວ | www.tonamchanews.com
___________
Post a Comment